ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງນອງໄດ້ຮັບລົດຖີບ ຈາກສະພາປະຊາຊົນແຂວງຈຳນວນ 11 ຄັນ ເພື່ອມອບໃຫ້ນ້ອງນັກຮຽນ ມສ ນອງວິໄລ

Jan 14, 2025

ໃນຕອນບ່າຍຂອງວັນທີ 13 ມັງກອນ 2025 ຢູ່ທີ່ໂຮງຮຽນ ມສ ນອງວິໄລ ເມືອງນອງ ແຂວງສະຫວັນນະເຂດ ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ ສະຫວັນນະເຂດພ້ອມດ້ວຍຄະນະ ໄດ້ນຳເອົາລົດຖີບມາມອບໃຫ້ນ້ອງນັກຮຽນ, ໂດຍໃຫ້ການຕ້ອນຮັບ ຂອງ ທ່ານ ນາງ ສັງທອງ ກຽດຕະວົງ ຮອງເຈົ້າເມືອງໆນອງ, ທ່ານ ສີວິໄລ ສໍເຊລະນອງ ສະມາຊິກສະພາປະຊາຊົນ ປະຈຳເຂດເລືອກຕັ້ງເມືອງນອງພ້ອມດ້ວຍຄະນະ.
ລົດຖີບດັ່ງກ່າວ ແມ່ນໄດ້ມາຈາກ ມູນນິທິຈີນ ເພື່ອການພັດທະນາຊົນນະບົດ ຈຳນວນ 55 ຄັນມອບໃຫ້ກັບແຂວງສະຫວັນນະເຂດ ໂດຍຜ່ານຄະນະປະຈຳສະພາແຫ່ງຊາດ ຈາກນັ້ນທາງຄະນະສະພາປະຊາຊົນ ແຂວງສະຫວັນນະເຂດ ຈຶ່ງຕົກລົງມອບໃຫ້ 5 ເມືອງທີ່ເຫັນວ່າມີຄວາມຈຳເປັນ ແລະ ເມືອງນອງກໍ່ແມ່ນ 1ໃນ 5ເມືອງທີ່ໄດ້ຮັບລົດຖີບຈຳນວນ 11 ຄັນມອບໃຫ້ນ້ອງນັກຮຽນ ຜູ້ທີ່ທຸກຍາກຂາດເຂີນປັດໄຈຫຼາຍດ້ານໃນການຮ່ຳຮຽນ ໂດຍຜ່ານການຂັດເລືອກຈາກຄະນະອຳນວຍການໂຮງຮຽນຢ່າງຄັກແນ່.
ໂອກາດນີ້ ທ່ານ ນາງ ພູທອນ ແກ້ວພູວົງ ຮອງປະທານສະພາປະຊາຊົນແຂວງ ສະຫວັນນະເຂດກໍ່ໄດ້ມີຄຳເຫັນ ແລະ ໃຫ້ກຽດໂອ້ລົມ ເຊິ່ງເຫັນໄດ້ວ່າ ເມືອງນອງ ກໍ່ແມ່ນເມືອງໜຶ່ງທີ່ມີອັດຕາປະລະການຮຽນຫຼາຍສົມຄວນ ເຊິ່ງມັນໄດ້ສົ່ງຜົນສະທ້ອນຕໍ່ກັບເປີເຊັນອັດຕາການປະລະການຮຽນຈົນເຮັດໃຫ້ແຂວງສະຫວັນນະເຂດ ເປັນອັນດັບ 2 ຖັດຈາກແຂວງສາລະວັນ, ທັງນີ້ກໍ່ເພື່ອເປັນການຊຸກຍູ້ຮ່ຳຮຽນໃຫ້ນ້ອງນັກຮຽນ ຜູ້ທີ່ທຸກຍາກລຳບາກມີກຳລັງໃຈສູ້ຊົນຮ່ຳຮຽນໃຫ້ຈົບຊັ້ນ ມ ປາຍ ເພື່ອຈະໄດ້ໄປຕໍ່ວິຊາຊີບ, ສາມາດຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງ ການພັດທະນາເສດຖະກິດ-ສັງຄົມ ເພື່ອເປັນພື້ນຖານໃຫ້ແກ່ການຍົກລະດັບທັກສະຄວາມຮູ້ຄວາມສາມາດ ແລະ ຄຸນນະພາບຂອງກໍາລັງແຮງງານໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆ