ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງນາກາຍສະເຫຼີມສະຫຼອງວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 30 ປີ

Oct 18, 2024

ໃນຕອນເຊົ້າຂອງວັນທີ 17 ຕຸລາ 2024 ທີ່ສະໂມສອນໃຫຍ່ເມືອງນາກາຍ ແຂວງຄໍາມ່ວນ ໄດ້ຈັດພິທີ່ ສະເຫຼີມສະຫຼອງວັນຄູແຫ່ງຊາດ 07 ຕຸລາ ຄົບຮອບ 30 ປີ ( 1994 -2024 ) ພາຍໄຕ້ການເປັນປະທານ ຮ່ວມຂອງ ທ່ານ ແສງແກ້ວ ພະຄຸນທອງ ຮອງເຈົ້າເມືອງ ແລະ ທ່ານ ຕຽງຄຳ ໄຊຍະສັກ ຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາເມືອງນາກາຍ
ໃນພິທີ່ດັ່ງກ່າວ ທ່ານ ຕຽງຄຳ ໄຊຍະສັກ ໄດ້ຂື້ນເລົ່າມູນເຊື້ອປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ 07 ຕຸລາ ແລະ ໄດ້ຮັບຟັງການໂອ້ລົມ ຂອງທ່ານ ທ່ານ ແສງແກ້ວ ພະຄຸນທອງ ຮອງເຈົ້າເມືອງ ໆນາກຍ ທ່ານ ໄດ້ກ່າວວ່າ ຄູເປັນບຸກຄົນທີ່ມີຄວາມສໍາຄັນທີ່ສຸດຕໍ່ກັບການພັດທະນາເສດຖະກິດ-ສັງຄົມ, ເປັນບຸກຄົນທີ່ມີຖານະບົດບາດເຮັດໜ້າທີ່ເປັນເຈົ້າການຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ອື່ນ ເປັນເຄື່ອງມືຮັບໃຊ້ໜ້າທີ່ໃນການພັດທະນາບຸກຄົນໃນສັງຄົມ ເປັນຊັບພະຍາກອນທີ່ມີຄວາມສຳຄັນ ຕໍ່ການດຳເນີນງານໃນຂະແໜງສຶກສາ,ຄູຄືຜູ້ນໍາພາໃຫ້ມີການປ່ຽນແປງໃໝ່ ຄູຄືພໍ່ແມ່ຜູ້ທີ່ສອງຂອງເດັກ ຄູເປັນຜູ້ໃຫ້ຄວາມຮູ້ນໍາພາລູກຫຼານຮຽນຮູ້ໃຫ້ອ່ານອອກຂຽນເປັນ,
ທ່ານຍັງຍ້ອງຍໍຊົມເຊີຍຕໍ່ທຸກພາກສ່ວນທີ່ປະກອບສ່ວນເຂົ້າໃນວຽກງານການສຶກສາ, ເໜັ້ນໜັກໃຫ້ຄູອາຈານ ແລະ ນ້ອງນັກຮຽນ ສຶບຕໍ່ເຮັດໜ້າທີ່ວຽກງານຂອງຕົນຢ່າງຕໍ່ເນື້ອໃຫ້ມີຜົນສໍາເລັດຕາມ ການມອບໝາຍຂອງຂັ້ນເທີງ, ໃນພິທີຍັງໄດ້ຊົມການສະແດງສິລະປະວັນນະຄະດີຂ້ອງນ້ອງນັກຮຽນ ແລະ ມອບຊໍ່ດອກໄມ້, ຂອງຂວັນໃຫ້ຄະນະຫ້ອງການ ຜູ້ອຳນວຍການໂຮງຮຽນພ້ອມຄະນະຄູອາຈານ ອະດີດຄູບໍານານ ແລະ ມອບໃບຍ້ອງຍໍໃຫ້ຜູ້ທີ່ມີຜົນງານດີເດັ່ນຕື່ມອີກ.
ຂ່າວ: ຄຳໄໝ ວົງສາຄອນ
May be an image of text