ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງນາກາຍ ຈັດບຸນຊ່ວງເຮືອປະເພນີ ຕິດພັນກັບປີທ່ອງທ່ຽວລາວ 2024.

Oct 11, 2024

ໃນຕອນເຊົ້າຂອງວັນທີ່ 11 ຕຸລາ 2024 ເມືອງນາກາຍ ໄດ້ຈັດບຸນຊ່ວງເຮືອປະເພນີ ປະຈຳປີ 2024 ທີ່ຕິດພັນກັບກິດຈະກຳການທ່ອງທ່ຽວ ຢູ່ທີ່ທ່າເຮືອອ່າງນໍ້າເທີນ2.
ໃນງານ ທ່ານ ນາງ ບົວກາ ແກ້ວມະນີ ເຈົ້າເມືອງນາກາຍ ໄດ້ກ່າວມີຄຳເຫັນພ້ອມທັງກ່າວເປີດງານຢ່າງເປັນທາງການ ໂດຍງານບຸນຊ່ວງເຮືອປະເພນີແມ່ນໄດ້ຈັດຂຶ້ນຕາມຮີດຄອງປະເພນີ ຂອງປະຊາຊົນລາວບັນດາເຜົ່າ ໂດຍສະເພາະແມ່ນຊາວເມືອງນາກາຍ ແຂວງຄຳມ່ວນ ທີ່ເຄີຍປະຕິບັດກັນມາເປັນເວລາຫລາຍປີເປັນງານບຸນປະເພນີ ທີ່ມີຄວາມໝາຍ ຄວາມສຳຄັນ ໃນທາງພຸດທະສາດສະໜາ ທີ່ເຄົາລົບນັບຖື, ເປັນການສົ່ງເສີມທາງດ້ານສິນລະ ປະ ແລະ ທັງເປັນການເຕົ້າໂຮມຄວາມສາມັກຄີ ຂອງປະຊາຊົນບັນດາເຜົ່າທີ່ເປັນປຶກແຜ່ນແໜ້ນໜາ, ເປັນກິດຈະກຳໜຶ່ງທີ່ເປັນການສົ່ງເສີມການທ່ອງທ່ຽວ, ດຶງດູດເອົາມວນຊົນນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ, ພ້ອມກັນເສີມຂະຫຍາຍປະເພນີອັນດີງາມຂອງຊາດລາວ.
ໃນງານບຸນຊ່ວງເຮືອ ປະເພນີ ປີ 2024 ນີ້ມີການໃສ່ບາດຕາມຮີດຕາມຄອງປະເພນີ ແລະ ມີຄະນະນັກສີພາຍມາຈາກ ຫວຽດນາມ ເຂົ້າຮ່ວມ ປີນີ້ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 27 ລຳ, ມີເຮືອມິດຕະພາບຊາຍ 4 ລຳ, ເຮືອຊ່ວງພາຍໃນປະເພດຊາຍ ມີ 13 ລຳ ເຮືອຊ່ວງພາຍໃນປະເພດຍິງ 7 ລຳ ແລະ ເຮືອຊ່ວງເປີດກວ້າງປະເພດຊາຍ ມີ 11 ລຳ ການແຂ່ງຂັນຈະໄດ້ຈັດຂຶ້ນໃນໄລຍະ 2 ວັນ ຄື ວັນທີ 11-12 ຕຸລາ 2024 ຈິ່ງສໍາເລັດ
ຂ່າວ: ຄຳໄໝ ວົງສາຄອນ
May be an image of 2 people, kayak and text