ວັນທີ 21 ພະຈິກ 2024 ທີ່ສະໂມສອນເມືອງນາກາຍ ໄດ້ຈັດເຝຶກອົບຮົບວິທີການນໍາໃຊ້ ແລະ ການບໍາລຸງຮັກສາລະບົບໂທລະໂຄ່ງໃຫ້ຄະນະຮັບຜິດຊອບຂັ້ນບ້ານເຂດນາກາຍ ພາຍໄຕ້ການເປັນປະທານ ຂອງ ທ່ານ ນາງ ກິນນະລອນ ເບນທອນທິລາດ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ນາກາຍ ແຂວງຄໍາມ່ວນ ມີຄູເຝຶກ, ຄະນຮັບຜິດຊອບວຽກງານກອງທືນເສີບ ແລະ ຄະນະຮັບຜິດຊອບໂທລະໂຄ່ງຂັ້ນບ້ານເຂົ້າຮ່ວມ.
ນັກສໍາມະນາກອນເຝືກອົບຮົມຄັ້ງນີ້ໄດ້ຮຽນຮູ້ ຄວາມໝາຍຄວາມສໍາຄັນຂອງລະບົບໂທລະໂຄ່ງ, ການຈັດລາຍການໂທລະໂຄ່ງ, ວຽກເຕັກນິກເຄື່ອງຂະຫຍາຍສຽງໂທລະໂຄ່ງ ແລະ ພາກປະຕິບັດຕົວຈິງ ນັກສໍາມະນາກອນກໍ່ໄດ້ແລກປ່ຽນບົດຮຽນ ໃນການນໍາໄຊ້ລະບົບໂທລະໂຄ່ງຂັ້ນບ້ານ.
ທ່ານ ນາງ ກິນນະລອນ ເບນທອນທິລາດ ຫົວໜ້າຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ກໍ່ໄດ້ມີຄໍາເຫັນເໜັ້ນໜັກໃຫ້ ຄະນະຮັບຜິດຊອບວຽກໂທລະໂຄ່ງແຕ່ລະຄຸ້ມບ້ານຈົ່ງໄດ້ເອົາໃຈໃສ່ນໍາເອົາບົດຮຽນດັ່ງກ່າວເພື່ອໄປນໍາໃຊ້, ປະຕິບັດໃນການນຳໃຊ້ ແລະ ບໍາລຸງຮັກສາໂທລະໂຄ່ງບ້ານໃຫ້ມີຄວາມຍືນຍົງ ການຝືກອົບຮົມຄັ້ງນີ້ຮັບທືນສະໜັບສະໜູນຈາກກອງທືນປົວແປງສັງຄົມ ແລະ ສິ່ງແວດລ້ອມ ການເຝືກອົບຮົມຄັ້ງນີ້ດຳເນີນໄປເປັນເວລານື່ງວັນ.
ຂ່າວ: ຄຳໄໝວົງສາຄອນ





