ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງນາກາຍ ຍັງເຫຼືອຄອບຄົວທຸກຍາກບໍ່ຮອດ 20%

Feb 18, 2025

ສະຫາຍ ແສງແກ້ວ ພະຄຸນທອງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງນາກາຍ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນອົງຄະນະພັກເມືອງນາກາຍ ໃນວັນທີ 18 ກຸມພາ 2025 ຢູ່ທີ່ສະໂມສອນຂອງເມືອງ ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ເຮັດໃຫ້ເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທຳ. ການປົກຄອງໄປຕາມລະບຽບກົດໝາຍ, ພື້ນຖານການຜະລິດ ແລະ ການບໍລິການສືບຕໍ່ພັດທະນາຢ່າງມີປະສິດທິພາບ, ປະສິດທິຜົນ ສົ່ງເສີມການປູກເຂົ້າໃຫ້ກຸ້ມກິນຕະຫຼອດປີ, ສົ່ງເສີມການປູກພືດ ແລະ ລ້ຽງສັດເປັນສິນຄ້າ, ພັດທະນາພື້ນຖານໂຄງລ່າງໄດ້ທົ່ວເຖິງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ, ເສດຖະກິດມີການຂະຫຍາຍຕົວໃນລະດັບ 4.38%, ມູນຄ່າລວມຜະລິດຕະພັນປະຕິບັດໄດ້ 873 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 29.7 ລ້ານກີບຕໍ່ປີ.
ໃນນີ້, ຂະແໜງກະສິກໍາ 248 ຕື້ກີບ ກວມ 28.41%, ຂະແໜງອຸດສາຫະກຳ 74 ຕື້ກີບ ກວມ 8.50% ແລະ ຂະແໜງບໍລິການ 551 ຕື້ກີບ ກວມ 63.09% ຂອງລວມຍອດມູນຄ່າຜົນຜະລິດ, ສາມາດລະດົມແຫຼ່ງທຶນເພື່ອການພັດທະນາໄດ້ທັງໝົດ 165 ໂຄງການ ມູນຄ່າ 202.04 ຕື້ກີບ, ລື່ນແຜນ 108.83%, ການລົງທຶນຂອງລັດປະຕິບັດໄດ້ 29 ໂຄງການ ມູນຄ່າ 21.93 ຕື້ກີບ, ທຶນຊ່ວຍເຫຼືອເພື່ອການພັດທະນາ ປະຕິບັດໄດ້ 136 ໂຄງການ ມູນຄ່າ 115.21 ຕື້ກີບ, ປ່ອຍສິນເຊື່ອໄດ້ 64.90 ຕື້ກີບ ລື່ນແຜນ 235.40%, ມີຫົວໜ່ວຍວິສາຫະກິດທັງໝົດ 131 ຫົວໜ່ວຍ ເພີ່ມຂຶ້ນ 44 ຫົວໜ່ວຍ, ມີທຶນຈົດທະບຽນ 37.38 ຕື້ກີບ, ມີກຸ່ມການຜະລິດ 3 ກຸ່ມ ແລະ ໄດ້ຮັບຮອງເປັນ ໜຶ່ງເມືອງໜຶ່ງຜະລິດຕະພັນ ໄດ້ 2 ຜະລິດຕະພັນຄື: ຜະລິດຕະພັນປາແຫ້ງ ແລະ ຫັດຖະກຳຈັກສານ.
ການຊົມໃຊ້ໄຟຟ້າໃນທົ່ວເມືອງເພີ່ມຂຶ້ນ 25%, ອັດຕາຊົມໃຊ້ໄຟຟ້າຂອງຄົວເຮືອນມີ 6,210 ຄອບຄົວ ເທົ່າກັບ 92.45%, ມີຄອບຄົວພົ້ນທຸກ 3,775 ຄອບຄົວ ເທົ່າກັບ 82.23%, ບ້ານພົ້ນທຸກ 16 ບ້ານ ເທົ່າກັບ 94.72% ຂອງຈໍານວນບ້ານໃນທົ່ວເມືອງ.
Cr: ກອງຄໍາ