ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງນາກາຍ ຮ່ວມກັບບໍລິສັດໄຟຟ້ານໍ້າເທີນ 2 ຈັດປະກວດນັກຮ້ອງ

Oct 10, 2024

ວັນທີ 9 ຕຸລາ 2024 ນີ້ ທີ່ໂຮງຮຽນ ມ. ຕົ້ນ ອຸດົມສຸກ, ເມືອງນາກາຍ ແຂວງຄໍາມ່ວນ ໄດ້ຈັດງານປະກວດຮ້ອງເພງ ກ່ຽວກັບຄວາມປອດໄພທາງນໍ້າຂອງບໍລິສັດໄຟຟ້າເທີນ 2 . ໂດຍການເປັນປະທານຂອງທ່ານ ສົມບັດ ປັນຍາສິດ ຜູ້ຊີ້ນຳວຂົງເຂດວັດທະນະທຳ-ສັງຄົມ,
ໃນພິທີ ທ່ານ ສົມບັດ ປັນຍາສີດ ໃຫ້ຮູ້ວ່າ: ຈຸດປະສົງຂອງງານໃນຄັ້ງນີ້ ເພື່ອສົ່ງເສີມ ນະໂຍບາຍຄວາມປອດໄພທາງນ້ຳຂອງບໍລິສັດ ໄຟຟ້ານ້ຳເທີນ 2, ເພື່ອໃຫ້ຊຸມຊົນ ອ້ອມຂ້າງທີ່ອາໄສຢູ່ຕາມລ່ອງນ້ຳກະທ້າງ, ຄອງສົ່ງນ້ຳ ແລະ ອ້າງນໍ້າເທີນ2ໄດ້ມີຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຄວາມປອດໄພທາງນ້ຳ.
ການປະກວດເອົານັກຮ້ອງໃນເທື່ອນີ້ແມ່ນເປັນການຄັດເລືອກເອົາຕົວແທນຂອງເມືອງນາກາຍ 1 ຄົນ ເຊີ່ງຄະນະກຳມະການໄດ້ຕັດສິນ ແລະ ໃຫ້ຄະແນນຜູ້ທີ່ມີພອນສະຫວັນ ແລະ ຮ້ອງຖຶກຕາມເນື້ອຮ້ອງທໍານອງໄດ້ແກ່ ທ້າວ ພົງສະຫວັນ ລັດຖະຈັກ ຢູ່ບ້ານ ອຸດົມສຸກເມືອງນາກາຍ. ຜູ້ທີ່ຖຶກຄັດເລືອກໃນເທື່ອນີ້ຈະໄດ້ເຂົ້າຮ່ວມແຂ່ງຂັນຢູ່ທີ່ເມືອງຍົມມະລາດ ກັບ 3 ຕົວເມືອງ ທີ່ຕິດພັນກັບອ້າງນໍ້າເທີນ2 ມີເມືອງ ຍົມມະລາດ ເມືອງມະຫາໄຊ ແລະ ເມືອງ ຄໍາເກີດ ໃນທ້າຍເດືອນ ຕຸລາປີນີ້.
ພາບ-ຂ່າວ: ຄຳໄໝ ວົງສາຄອນ