ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງນາຊາຍທອງ ມີຄອບຄົວພົ້ນທຸກແລ້ວ 88,76%

Nov 13, 2024

ອີງຕາມຂໍ້ມູນຈາດກອງປະຊຸມ ສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ວຽກ ງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງຂອງເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ໃນໄລຍະ ປີ 2023-2024 ແລະ ທິດທາງແຜນ ການປີ 2025 ຈັດຂຶ້ນໃນວັນທີ 12 ພະຈິກ 2024 ທີ່ສະໂມສອນເມືອງນາຊາຍທອງ ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ເມືອງນາຊາຍທອງ ແກ້ໄຂຄອບຄົວທຸກຍາກບັນລຸຕາມມາດຕະຖານ ຈໍານວນ 566 ຄອບ ຄົວ ເທົ່າກັບ 91%, ແກ້ໄຂຄອບຄົວພົ້ນທຸກໃຫ້ກາຍເປັນຄອບຄົວພັດທະນາ 14.070 ຄອບຄົວ ເທົ່າກັບ 88,76% ຂອງຈໍານວນຄອບຄົວທັງໝົດ 15.852 ຄອບຄົວ, ບັນລຸຕາມມາດຕະຖານ ບ້ານພົ້ນທຸກຈໍານວນ 54 ບ້ານເທົ່າກັບ 100%, ບັນລຸ ຕາມມາດຕະຖານຄອບຄົວພົ້ນທຸກ 15.796 ຄອບ ຄົວ, ເທົ່າກັບ 99.65%.
ດ້ານການພັດທະນາ ບັນລຸຕາມມາດຕະຖານຄອບຄົວພັດທະນາ 14.070 ຄອບ ຄົວ, ເທົ່າກັບ 88.76%, ບັນລຸຕາມມາດຕະຖານບ້ານພັດທະນາ 52 ບ້ານເທົ່າກັບ 96.30 %, ຍັງເຫລືອບ້ານທີ່ບໍ່ທັນບັນລຸມາດຕະຖານ ບ້ານ ພັດທະນາ ຄື: ບ້ານນາທ່ອນ ແລະ ບ້ານຖໍ້າ.
ສຳລັບທິດທາງແຜນການ ໃນປີ 2025 ແມ່ນສືບຕໍ່ຈັດຕັ້ງປະຕິບັດຕາມແຜນວຽກວ່າດ້ວຍການສືບຕໍຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ ວຽກງານພັດ ທະນາຊົນນະບົດ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ສຸມໃສ່ແກ້ໄຂຄອບ ຄົວທຸກຍາກ ຈໍານວນ 56 ຄອບຄົວໃຫ້ສໍາເລັດ, ສຸມໃສ່ການສ້າງຄອບຄົວພົ້ນທຸກໃຫ້ກາຍເປັນຄອບຄົວພັດທະນາ ຈໍານວນ 1.782 ຄອບຄົວ ສຸມໃສ່ການສ້າງບ້ານພັດ ທະນາ ຈໍານວນ 2 ບ້ານທີ່ຍັງບໍ່ທັນສໍາເລັດ.
ຂໍ້ມູນຈາກ: ວຽງຈັນໃໝ່/VientianeMai