ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງນາໝໍ້ ເກັບກູ້ລະເບີດທີ່ບໍ່ທັນແຕກ.

Oct 3, 2024

ຕາມການແຈ້ງຂອງປະຊາຊົນບ້ານນາໝໍ້ເໜືອ ແລະ ນາໝໍ້ໃຕ້ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາໄດ້ພົບເຫັນລະເບີດບໍ່ທັນແຕກຈໍານວນໜື່ງຢູ່ຕາມພື້ນທີທຳການຜະ ລິດ ແລະ ທີ່ຢູ່ອາໄສຂອງປະຊາຊົນ; ສະນັ້ນ, ວັນທີ 1 ຕຸລາ 2024 ການນຳເມືອງນາໝໍ້, ແຂວອຸດົມໄຊ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງເພື່ອແກ້ໄຂລະເບີດບໍ່ທັນແຕກ ເຊີ່ງປະກອບມີ 6 ຂະແໜງການທີ່ກ່ຽວຂ້ອງ ເພື່ອເກັບມ້ຽນລະເບີດດັ່ງກ່າວ, ເຊິ່ງລວມມີລະເບີດບໍ່ທັນແຕກ ຈໍນວນ 4 ໜ່ວຍ, 3 ປະເພດ ຄື: ລູກປືນຄົກ 82 ມມ 1 ໜ່ວຍ, ໜັກ 2.8 ກິໂລ ເກັບໄດ້ຢູ່ບ້ານນາໝໍ້ໃຕ້, ລູກປືນຄົກ 60 ມມ 2 ໜ່ວຍ, ໜັກ 2.4 ກິໂລ ແລະ ໝິ່ນທິດ 1 ໜ່ວຍ, ໜັກ 2 ກິໂລ ເກັບໄດ້ຢູ່ບ້ານນາໝໍ້ເໜືອ.
ຄະນະດັ່ງກ່າວ ຍັງໄດ້ກວດກາ ແລະ ປັກຫຼັກໝາຍຂອບເຂດທີ່ມີຄວາມສ່ຽງທີ່ລະເບີດອາດຕົກຄ້າງ ພ້ອມທັງແຈ້ງ ແລະ ຫ້າມບໍ່ໃຫ້ປະຊາຊົນໄປທຳການຜະລິດໃນຂອບເຂດດັ່ງກ່າວ.
ສ່ວນລະເບີດຈໍານວນດັ່ງກ່າວ ແມ່ນໄດ້ນໍມາເກັບມ້ຽນຢູ່ກອງບັນຊາການທະຫານເມືອງນາໝໍ້ເປັນທີຮຽບຮ້ອຍ.
ຂ່າວ: ວັນດີ ເມກຈັນທາ