ເມືອງບາຈຽງຈະເລີນສຸກ ແຂວງຈຳປາສັກຈັດງານເທດສະການຕະຫຼາດວາງສະແດງ ແລະ ຈຳໜ່າຍໝາກໄມ້ສົດ, ສິນຄ້າກະສິກຳ-ຫັດຖະກຳ ປະຈຳປີ 2025 ຂຶ້ນຢ່າງເປັນທາງການໃນວັນທີ 5 ມິຖຸນາ 2025 ທີ່ເດີ່ນຫ້ອງວ່າການເມືອງ ເຂົ້າຮ່ວມໂດຍທ່ານ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ
ທ່ານ ສຸດທະເຮືອງສັກ ກຸນລະບຸດ ເຈົ້າເມືອງບາຈຽງຈະເລີນສຸກ ລາຍງານໃຫ້ຮູ້ວ່າ: ອີງໃສ່ຈຸດພິເສດທີ່ຕັ້ງພູມສັນຖານ, ພູມອາກາດຂອງເມືອງໃນທ່າແຮງທີ່ມີມູນເຊື້ອປະເພນີສືບສານຈົນຮອດປັດຈຸບັນ ໄດ້ກາຍເປັນເທດສະການໜຶ່ງຂອງຊາວເມືອງບາຈຽງຈະເລີນສຸກ ແລະ ຈັດໃນຕົ້ນເດືອນມີຖຸນາຂອງທຸກໆປີ, ເພື່ອວາງສະແດງ ແລະຈຳໜ່າຍສິນຄ້າກະສິກຳ-ຫັດຖະກຳ ໜຶ່ງເມືອງໜຶ່ງຜະລິດຕະພັນ ທີ່ໄດ້ກາໝາຍ ໂອດັອບແຫ່ງຊາດ, ຜະລິດຕະພັນໝາກໄມ້ສົດ, ສິນຄ້າກະສິກຳ ແລະ ຫັດຖະກຳສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ, ເພື່ອສົ່ງເສີມຊາວກະສິກອນຜະລິດກະສິກຳ ເປັນສິນຄ້າທີ່ດີມີຄຸນນະພາບ, ສະອາດ, ປອດໄພຕໍ່ຜູ້ບໍລິໂພກ ສຶບທອດພູມປັນຍາຂອງປະຊາຊົນບັນດາເຜົ່າ, ດຶງດູດການຮ່ວມມື-ລົງທຶນພັດທະນາເສດຖະກິດຂອງເມືອງນັບມື້ນັບຫຼາຍຂຶ້ນ.
ພາຍໃນງານມີຮ້ານທັງໝົດ70 ຮ້ານ,ໃນນັ້ນຮ້ານສິນຄ້າກະສິກຳໄມ້ໃຫ້ໝາກ 11 ຮ້ານ, ຮ້ານຫັດຖະກຳ 13 ຮ້ານ, ສິນຄ້າໂອດັອບ 7 ຮ້ານ ແລະ ຮ້ານອື່ນໆ. ໃນຕອນກາງຄືນມີການສະແດງສິລະປະຟ້ອນ ແລະ ຮ້ອງເພງຂອງນັກຮຽນຈາກ 7ມສ ແລະ ຄົບງັນດ້ວຍວົງດົນຕຣີ, ໝໍລຳເລື້ອງນັບແຕ່ວັນທີ 5 – 7 ມິຖຸນາ 2025.






