ວັນທີ 25 ມີນາ 2025 ກອງບັນຊາການປ້ອງກັນຄວາມສະ ຫງົບເມືອງບາຈຽງຈະເລີນສຸກ, ແຂວງຈຳປາສັກຕີລາຄາການຈັດ ຕັ້ງປະຕິບັດວາລະແຫ່ງຊາດປະຈຳປີ2024 ແລະກຳນົດທິດທາງແຜນການຈຸດສຸມປີ2025 ທີ່ສະໂມສອນຂອງເມືອງ. ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ສົມລິດ ປັນທະບົວສີ ກຳມະການພັກແຂວງ ເຈົ້າເມືອງບາຈຽງຈະເລີນສຸກ.
ທ່ານ ພັທ ສີຟອງ ດຳລົງສັກ ຮອງກອງບັນຊາການ ປ້ອງກັນຄວາມສະຫງົບເມືອງໄດ້ຜ່ານບົດສະຫຼຸບ, ພ້ອມນັ້ນ ທ່ານ ພັທ ພົມມາ ສາມາດຈະເລີນ ຮອງກອງບັນຊາການປ້ອງກັນຄວາມສະ ຫງົບເມືອງ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດແຕ່ປີ 2023-2024 ແລະ ທິດທາງແຜນການປີ 2025 ວ່າ:ໃນສົກປີ 2023-2024 ມ້າງເປົ້າໝາຍໄດ້ທັງໝົດ 156 ລາຍ, ມີ 225 ຄົນ, ຍີງ 4 ຄົນ, ເປົ້າໝາຍລາຍໃຫຍ່ມີ 4 ຄົນ, ຄ້າຂາຍຍ່ອຍມີ69ຄົນ,ຍີງ2ຄົນ,
ນອກນັ້ນແມ່ນເປົ້າໝາຍເສບຢາເສບຕິດ,ພ້ອມກັກເຄື່ອງຂອງກາງຢາບ້າຈຳນວນ22.596ເມັດ, ປືນແກັບ 45 ກະບອກ,ປືນດັດ ແປງ 1 ກະບອກ, ປືນ k59 ຈຳນວນ 1 ກະບອກ ແລະວັດຖຸມີຄ່າຈຳນວນໜຶ່ງ.
ຂ່າວ-ພາບ: ນາງ ວຽງອຳໄພ ຈັນທະມີໄຊ ນັກຂ່າວເມືອງ






