ເມືອງບົວລະພາ ແຂວງຄຳມ່ວນ ປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ

ວັນທີ 16 ມັງກອນ 2025 ນີ້, ເມືອງບົວລະພາ ແຂວງຄຳມ່ວນ ໄດ້ປາຖະກະຖາມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949-20 ມັງກອນ 2025) ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນທີ່ສະໂມສອນເມືອງບົວລະພາ ໂດຍການປາຖະກະຖາຂອງສະຫາຍ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ.
ສະຫາຍ ພົນໂທ ແສງນວນ ໄຊຍະລາດ ໄດ້ເລົ່າຫວນຄືນມູນເຊື້ອປະຫວັດການກຳ ເນີດຂອງກອງທັບປະຊາຊົນລາວ, ຜົນງານ, ໄຊຊະນະ ແລະ ການເຕີບໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ໂດຍສະເພາະໄລຍະດຳເນີນການປະຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ກອງທັບປະຊາຊົນລາວ ໄດ້ຜ່ານຍ່ານທາງແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍໃຕ້ການນຳພາອັນປີຊາ ສາມາດສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ. ໄດ້ຜ່ານຜ່າອຸປະສັກນາໆປະການ ແລະ ເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເຮັດສຳເລັດພາລະກຳປະ ຫວັດສາດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້ຢ່າງມີໄຊ.
ຕະຫຼອດໄລຍະ 76 ປີຜ່ານມາ ການກຳເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະຫຍາຍຕົວ ກອງທັບປະຊາຊົນລາວ ໄດ້ເຮັດສຳເລັດພາລະກິດອັນຍິ່ງໃຫຍ່, ສ້າງຜົນງານດີເດັ່ນ ແລະ ວິລະກຳອັນລ້ຳເລີດໄວ້ໃນໜ້າປະຫວັດສາດຢ່າງສົມກຽດ, ກອງທັບຍາມໃດກໍນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ ເປັນເຄື່ອງມືອັນແຫຼມຄົມຂອງພັກ ແລະ ເປັນກອງທັບວິລະຊົນຂອງຊາດລາວວິລະຊົນ.
ການປາຖະກະຖາຄັ້ງນີ້ ແນໃສ່ສຶກສາອົບຮົມໃຫ້ ພະນັກງານຮຸ່ນສືບທອດຂອງເມືອງ ໄດ້ຮັບຮູ້ ແລະ ເຊື່ອມຊຶມເຂົ້າໃຈເຖິງມູນເຊື້ອນ້ຳໃຈຮັກຊາດ, ຮັກລະບອບປະ ຊາທິປະໄຕປະຊາຊົນລາວ, ແນໃສ່ສ້າງຄວາມສາມັກຄີເປັນປຶກແຜ່ນ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງສັດຕູ, ເປັນເຈົ້າການເຂົ້າຮ່ວມໃນການປະຕິບັດແນວທາງປ້ອງກັນຊາດ ແລະ ຮໍ່າຮຽນເອົາແບບຢ່າງຄຸນສົມບັດສິນທຳປະຕິວັດ, ຄຸນງາມຄວາມດີບັນດາຜູ້ນຳຮຸ່ນກ່ອນມາໝູນໃຊ້ເຂົ້າໃນຊີວິດ ແລະ ໜ້າທີ່ວຽກງານຕົວຈິງຂອງຕົນ ໃຫ້ໄດ້ຮັບໝາກຜົນສູງ.
ຂ່າວ: ເກດມະນີ ສຸວັນນະລາດ




