ວັນທີ 29 ພະຈິກ 2024ນີ້, ຢູ່ສະໂມສອນເມືອງບໍລິຄັນ ແຂວງບໍລິຄໍາໄຊ, ທ່ານ ວັນເລີນ ປຸ້ຍໄມນີ ເລຂາພັກເມືອງ ເຈົ້າເມືອງບໍລິຄັນ ໄດ້ເປັນປະທານປາຖະກະຖາເນື້ອໃນວັນສະຖາປະນາ ສປປລາວ ຄົບຮອບ 49 ປີ (ທີ 2 ທັນວາ 1975 – 2 ທັນວາ 2024) ແລະ ວັນຄ້າຍວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ (13 ທັນວາ 1920 – 13 ທັນວາ 2024).
ທ່ານ ເຈົ້າເມືອງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງວັນທີ 2 ທັນວາວ່າ: ໃນການຕໍ່ສູ້ກູ້ຊາດຂອງພະນັກງານ, ທະຫານຕໍາຫຼວດ ແລະ ປະຊາຊົນກ່ອນປີ 1975 ແມ່ນມີອຸປະສັກຫຍຸ້ງ ຍາກໃນຫຼາຍດ້ານ. ນອກນັ້ນ ຍັງໄດ້ ຍົກໃຫ້ເຫັນຄວາມໝາຍ ຄວາມສໍາຄັນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພາຍຫຼັງທີ່ໂດ້ຮັບໄຊຊະນະປະກາດເອກະລາດໃນວັນທີ 2 ທັນວາ 1975 ເປັນຕົ້ນມາຮອດປັດຈຸບັນ ຊຶ່ງການນໍາຂອງພັກປະຊາຊົນປະຕິວັດລາວກໍໄດ້ສຸມໃສ່ການແກ້ໄຂຄວາມ ທຸກຍາກຂອງປະຊາຊົນມາໃນແຕ່ລະໄລຍະນັ້ນແມ່ນໄດ້ຖືເປັນວຽກທີສໍາຄັນຂອງຊາດ ແລະ ທ່ານໄດ້ຍົກໃຫ້ຮູ້ຕື່ມຕໍ່ກັບສະ ພາບການເຄື່ອນໄຫວຂອງຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດກໍຄື ທ່ານ ປະທານ ໄກສອນ ພົມວິຫານ ເພື່ອເປັນແວ່ນແຍງໃຫ້ແກ່ພະນັກງານລຸ້ນປັດຈຸບັນອີກດ້ວຍ.
ຂ່າວ-ພາບ: ກົວຊົ່ງ




