ໃນລະຫວ່າງວັນທີ 14-15 ຕຸລາ 2024ນີ້, ຄະນະສະເພາະກິດ ເມືອງປາກກະດິງ ແຂວງບໍລິຄໍາໄຊ ໄດ້ສົມທົບກັບຄູອາຈານຢູ່ບັນດາໂຮງຮຽນພາຍໃນເມືອງ ເຄື່ອນ ໄຫວຕິດຕາມ, ກວດກາ ອາຫານ, ເຄື່ອງດື່ມ ແລະ ເຂົ້າໜົມ ຢູ່ຕາມຮ້ານຄ້າ ທີ່ວາງຂາຍຢູ່ພາຍໃນໂຮງຮຽນ ມີ: ໂຮງຮຽນ ປະຖົມ ແລະ ມສ ປາກກະດິງ, ປະຖົມ ແລະ ມໍຕົ້ນໂພນຈະເລີນ, ປະຖົມນ້ຳເດື່ອ, ມໍຕົ້ນນາເຄືອ, ປະຖົມ ແລະ ມໍຕົ້ນທົ່ງນາມີ, ປະຖົມ ແລະ ມສ ວຽງຄຳ, ປະຖົມ ແລະ ມໍຕົ້ນນ້ຳທອນ ພ້ອມນີ້ຍັງໄດ້ລົງຕິດຕາມ ກວດກາ ຢູ່ຕາມໂຮງຮຽນອະນຸບານເອກະຊົນຈໍານວນໜຶ່ງ.
ຜ່ານການລົງກວດກາຄັ້ງນີ້ ໄດ້ກວດພົບອາຫານປະເພດລູກຊີ້ນ, ເຄື່ອງດື່ມປະ ເພດນ້ຳອັດລົມ ແລະ ເຂົ້າໜົມທີ່ມີແຕ່ພາສາຕ່າງປະເທດ(ບໍ່ມີພາສາລາວ)ຈຳນວນໜຶ່ງທີ່ໝົດອາຍຸ ແລະ ບໍ່ໄດ້ຜ່ານການກວດກາການນຳເຂົ້າ. ທາງຄະນະສະເພາະກິດ ຈຶ່ງໄດ້ມີການທຳລາຍຖີ້ມກັບທີ່. ພ້ອມທັງໄດ້ແນະນຳວິທີການກວດກາ ອາຫານ, ເຄື່ອງດື່ມ ແລະ ເຂົ້າໜົມ ໃຫ້ແກ່ເຈົ້າຂອງຮ້ານຄ້າທີ່ໄດ້ລົງກວດກາໃນຄັ້ງນີ້ ພ້ອມທັງໄດ້ເຮັດບົດບັນທຶກ ເພື່ອສ້າງສະຕິ ແລະ ປູກຈິດສຳນຶກໃນການເຄົາລະບຽບກົດ ໝາຍ, ຮ່ວມແຮງຮ່ວມໃຈ ພ້ອມກັນກວດກາອາຫານໃຫ້ຖືກຕ້ອງຕາມສຸຂະອະນາໄມ ເພື່ອຄວາມປອດໄພຕໍ່ສຸຂະພາບຂອງລູກຫຼານ.
ຂ່າວ: ແສງທອງ




