ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນກໍາມະກອນສາກົນ ຄົບຮອບ 139 ປີ ວັນທີ 1 ພຶດສະພາ1886-1ພຶດສະພາ2025 ຈັດຂຶ້ນໃນວັນທີ 29 ເມສາ 2025 ນີ້ ທີ່ສະໂມສອນຂອງເມືອງ ໂດຍເປັນປະທານຂອງ ທ່ານ ຄໍາຝັ້ນ ວົງສະຫວັນ ເລຂາພັກເມືອງເຈົ້າເມືອງໆປາກລາຍ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ມີພະນັກງານອາວຸໂສບໍານານ, ມີຄະນະບໍລິການງານສະຫະພັນກໍາມະບານເມືອງ, ພ້ອມດ້ວຍສະມາຊິກກໍາມະບານພາຍໃນເມືອງເຂົ້າຮ່ວມ.
ໃນພິທີ ທ່ານ ຄໍາຝັ້ນ ວົງສະຫວັນ ເລຂາພັກເມືອງ ໄດ້ເລົ່າຄືນມູນເຊື້ອ ປະຫວັດແຫ່ງການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກໍາມະກອນ ທີ່ຜ່ານຂະບວນການລຸກຮືຂຶ້ນຕໍ່ສູ້ ກັບຊົນຊັ້ນນາຍທຶນ ເພື່ອທວງໃຫ້ເພີ່ມຄ່າແຮງງານ ແລະ ຫຼຸດຜ່ອນຊົ່ວໂມງເຮັດວຽກລົງ. ຂະບວນການຕໍ່ສູ້ຂອງຊົນຊັ້ນກໍາມະກອນ, ຊາວຜູ້ອອກແຮງງານນັບມື້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ວັນທີ 1 ພຶດສະພາ ປີ 1886 ໃນປະເທດອາເມຣິກາ ກໍາມະກອນ, ຊາວຜູ້ອອກແຮງງານໄດ້ຕໍ່ສູ້ຮຽກຮ້ອງ ໃຫ້ນາຍທຶນປະຕິບັດຕາມການສະເໜີໂດຍເຮັດວຽກບໍ່ເກີນ 8 ຊົ່ວໂມງ ຕໍ່ມື້, ແຕ່ການຮຽກຮ້ອງໄດ້ຖືກປະຕິເສດຈາກພວກນາຍທຶນ ແລະຍິ່ງເຮັດໃຫ້ຂະບວນການປະທ້ວງ ຍິ່ງເພີ່ມທະວີກໍາລັງແຮງ ເຮັດໃຫ້ມີຜູ້ເສຍຊີວິດເປັນຈໍານວນຫຼາຍຮ້ອຍຄົນ ຈາກເຫດການທີ່ເກີດຂຶ້ນມັນໄດ້ສ້າງກະແສຟອງອັນໃຫຍ່ຫຼວງ ແລະ ແຂງແຮງເຖິງຂະບວນການກໍາມະກອນຫຼາຍປະເທດໃນໂລກ ທັງເປັນບາດກ້າວຂະຫຍາຍຕົວແຫ່ງໄຊຊະນະ. ວັນທີ 14 ກໍລະກົດ 1889 ກອງປະຊຸມພັກກອມມູນິດສາກົນ ຄັ້ງທີ 2 ໄດ້ເປີດຂຶ້ນຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ຊຶ່ງມີຜູ້ແທນຈາກ 22 ປະເທດເຂົ້າຮ່ວມ, ທີ່ປະຊຸມໄດ້ຜ່ານໂຄງການດໍາເນີນງານສໍາຄັນ ຂອງຊົນຊັ້ນກໍາມະກອນ ທີ່ສາມັກຄີຕໍ່ສູ້ເພື່ອປະຕິບັດຄໍາຂວັນມື້ໜຶ່ງເຮັດວຽກ 8 ຊົ່ວໂມງ ແລະ ກໍານົດເອົາວັນທີ 1 ພຶດສະພາ 1886 ເປັນວັນກໍາມະກອນສາກົນ ນັບແຕ່ນັ້ນເປັນຕົ້ນມາ ວັນທີ 1 ພຶດສະພາຂອງທຸກປີ ຈຶ່ງກາຍເປັນວັນບຸນໃຫຍ່ຂອງຊົນຊັ້ນກໍາມະກອນໃນທົ່ວໂລກ. ສຳລັບ ຢູ່ປະເທດລາວ, ຊາວຜູ້ອອກແຮງງານໄດ້ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ແລະ ຢູ່ໃນພິທີດັ່ງກ່າວຍັງໄດ້ມອບໃບຢັ້ງຢືນກົມກອງວັດທະນະທໍາຕຶ່ມອີກ.
ຂ່າວ: ຖວທ ເມືອງປາກລາຍ





