ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງປາກລາຍ ສະເຫລີມສະຫລອງ 4 ວັນສຳຄັນ

May 31, 2024

ວັນທີ 30 ພຶດສະພາ 2024 ນີ້ ທີ່ສະໂມສອນໂຮງຮຽນ ມສ ບວມເລົາ ເມືອງປາກລາຍ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫລີມສະຫລອງ 4 ວັນສຳຄັນຄື: ວັນເດັກນ້ອຍສາກົນ ຄົບຮອບ 100 ປີ(01 ມິຖຸນາ 1924 – 2024) ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 44 ປີ(01 ມິຖຸນາ 1980 – 2024) ວັນສິ່ງແວດລ້ອມໂລກ ຄົບຮອບ 52 ປີ (05 ມິຖຸນາ 1972 – 2024) ວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 25 ປີ ( 05 ມິຖຸນາ 1999 – 2024) ເປັນກຽດເຂົ້າຮ່ວມມີທ່ານ ບຸນຫຼາຍ ວົງດາລາ ເລຂາພັກເມືອງ ວ່າການເຈົ້າເມືອງໆປາກລາຍ, ມີຄະນະນຳຂອງເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດ, ພະນັກງານລັດຖະກອນ,ເລຂາພັກບ້ານ, ຄູອາຈານ ແລະ ຫຼານນ້ອຍເຂົ້າຮ່ວມ.
ໃນພິທີດັ່ງກ່າວ ພາຍຫຼັງທີ່ໄດ້ມອບຂອງຂວັນໃຫ້ແກ່ຫຼານນ້ອຍແລ້ວ ຈາກນັ້ນ ທ່ານ ບຸນຫຼາຍ ວົງດາລາ ເຈົ້າເມືອງ ກໍ່ໄດ້ຍົກໃຫ້ເຫັນ ປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ແຫ່ງຊາດ, ວັນຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ແລະ ວັນສິ່ງແວດລ້ອມໂລກ, ທັງໝົດນັ້ນ ເພື່ອເປັນການທົບຫວນຄືນ ມູນເຊື້ອອັນສະຫງ່າງາມ ທີ່ປະຊາຊົນລາວບັນດາເຜົ່າຍາດມາໄດ້ ທັງເປັນການສຶກສາອົບຮົມ ໃຫ້ພະນັກງານ ທະຫານ ຕໍາຫຼວດ ຄູອາຈານ ນ້ອງນັກຮຽນ ແລະ ປະຊາຊົນໄດ້ຮັບຮູ້ເຂົ້າໃຈເນື້ອໃນຂອງວັນດັ່ງກ່າວ.
ຕອນທ້າຍຂອງພິທີ ບັນດາຄະນະນຳຂອງເມືອງ ແລະ ຜູ້ເຂົ້າຮ່ວມ ກໍໄດ້ພ້ອມກັນປູກໄມ້ປະດັບ ໄມ້ກິນໝາກ ໃສ່ເດີ່ນໂຮງຮຽນດັ່ງກ່າວ ສໍາລັບຕົວເລກຄາດໝາຍໃນປີ 2024 ທົ່ວເມືອງຈະປູກໄມ້ໃຫ້ໄດ້ 300 ຮຕ ຂຶ້ນໄປໂດຍສຸມໃສ່ປູກໄມ້ທໍາມະຊາດເພື່ອຟື້ນຟູປ່າ ແລະ ຮັກສາແຫຼ່ງນໍ້າ ໂດຍໄດ້ແບ່ງໃຫ້ບັນດາຫ້ອງການ, ຫົວໜວ່ຍທຸລະກິດ, ບ້ານ ແລະ ຄອບຄົວ ນໍາໄປຈັດຕັ້ງປະຕິບັດ ເພື່ອໃຫ້ບັນລຸຕົວເລກຄາດໝາຍທີ່ວາງໄວ້.
ຂ່າວ: ກ່າ ຄຸດທະວົງສັກ