ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງປາກແຊງ ຍັງເຫຼືອຄອບຄົວທຸກຍາກເກືອບ 50 %.

Feb 13, 2025

ສະຫາຍ ສົມສະນິດ ເຮືອງມະນີ ກຳມະການປະຈຳພັກເມືອງ ຮອງເຈົ້າເມືອງປາກແຊງ ໃຫ້ຮູ້ໃນໂອກາດລາຍງານ ຜົນສໍາເລັດການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ 5 ປີ ຄັ້ງທີ VI ຂອງອົງຄະນະພັກເມືອງປາກແຊງ ແຕ່ປີ 2020 ຫາ 2024 ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງປາກແຊງ ຄັ້ງທີ VII ໃນວັນທີ່ 13 ກຸມພາ 2025 ນີ້ວ່າ: ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈີງ ໄດ້ວາງເປົ້າ ໝາຍທັງໝົດ 6 ເປົ້າໝາຍ.
ໃນນັ້ນ ສະເພາະເປົ້າໝາຍ 3 ຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ ໄດ້ຮັບການຍົກລະດັບໃຫ້ດີຂຶ້ນເທື່ອລະກ້າວ. ປັດຈຸບັນຍັງມີ ບ້ານທຸກຍາກມີ 33 ບ້ານ ກວມເອົາ 63,46% (ລຸດລົງ 19 ບ້ານ), ຄອບຄົວທຸກຍາກຍັງເຫຼືອ 2,264 ຄອບຄົວ ກວມ 47,69% (ລຸດລົງ 1,146 ຄອບຄົວ); ບ້ານພັດທະນາມີ 1 ບ້ານ ກວມ 1,92% (ເພີ່ມຂຶ້ນ 1 ບ້ານ), ມີຄອບຄົວພັດທະນາ 1.576 ຄອບຄົວ ເທົ່າກັບ 35,33%(ເພີ່ມຂຶ້ນ 1.008 ຄອບຄົວ); ມີບ້ານວັດທະນະທໍາ 39 ບ້ານ ກວມ 75% (ເພີ່ມຂຶ້ນ 4 ບ້ານ); ມີຄອບຄົວວັດທະນະທໍາ 3.088 ຄອບຄົວ; ບ້ານທີ່ມີເສັ້ນ ທາງລົດເຂົ້າເຖິງບ້ານກວມ 100%, ໃນນັ້ນ: ເສັ້ນທາງທຽວໄດ້ 2 ລະດູ ມີ 20 ບ້ານ ກວມ 38,46%, ເສັ້ນທາງທຽວໄດ້ລະດູດຽວ ມີ 32 ບ້ານ ກວມເອົາ 61,54%; ຕິດ ຕາມການລະດົມທຶນຂອງປະຊາຊົນ ໃນການກໍ່ສ້າງເສັ້ນທາງເຂົ້າຫາເຂດຜະລິດພາຍ ໃນບ້ານຂອງຕົນເອງ 6 ບ້ານ ລວມູນຄ່າ 775 ລ້ານກີບ, ມີບ້ານຊົມໃຊ້ໄຟຟ້າແຫ່ງ ຊາດ 34 ບ້ານ ກວມ 65,38% (ເພີ່ມຂຶ້ນ 2 ບ້ານ), ຄອບຄົວທີ່ໄດ້ຊົມໃຊ້ໄຟຟ້າແຫ່ງ ຊາດ 2,777 ຄອບຄົວ ກວມ 58,50%.