ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງປາກແຊງ ໄດ້ຮັບເຄື່ອງບັນເທົາທຸກເບື້ອງຕົ້ນຈາກອົງການກາແດງແຂວງຫລວງພະບາງ

Jul 28, 2024

ໃນວັນທີ 26 ກໍລະກົດ 2024, ອົງການກາແດງແຂວງຫລວງພະບາງ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ໃຫ້ຜູ້ປະສົບໄພພິ ບັດນ້ຳຖ້ວມ ຢູ່ເມືອງປາກແຊງ ແຂວງຫລວງພະບາງ ລວມມູນຄ່າ 6,5 ລ້ານກີບ, ເຊິ່ງນຳທີມໂດຍ ທ່ານ ບຸນນາກ ເພັດສຸພັນ ຮອງຫົວໜ້າອົງການກາແດງແຂວງຫລວງພະບາງ, ເຊິ່ງຕາງໜ້າຮັບໂດຍທ່ານ ສຸກດາວັນ ພັນຈັກຂັນ ເຈົ້າເມືອງໆປາກແຊງ.
ໃນຂະນະດຽວກັນ, ອົງການກາແດງ ຍັງໄດ້ແຈ້ງເຖິງບັນດານັກທຸລະກິດ, ພໍ່ຄ້າຊາວຂາຍ, ຫ້າງຮ້ານ ແລະ ມວນຊົນໃນທົ່ວສັງຄົມ ຊາບວ່າ ອົງການກາແດງ ເປີດຮັບບໍລິຈາກເຄື່ອງຂອງທີ່ຈຳເປັນໂດຍສະເພາະ ເຄື່ອງອຸປະໂພກ-ບໍລິໂພກຈາກສັງຄົມ ເພື່ອນຳໄປຊ່ວຍເຫລືອຜູ້ປະສົບໄພໃນຄັ້ງນີ້ ເປັນຕົ້ນ ເຂົ້າສານ, ນ້ຳດື່ມ, ປ໋ອງປາ, ໝີ່, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ.