ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຜາອຸດົມ ເລົ່າຄືນມູນເຊື້ອ 2 ວັນສໍາຄັນ

Dec 3, 2024

ເມືອງຜາອຸດົມ ແຂວງບໍ່ແກ້ວ ປາຖະກະຖາ ເລົ່າຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ ໃນວັນທີ 2 ທັນວາ 2024 ໂດຍການເປັນປະທານ ຂອງທ່ານ ຈັນທອນ ພົນທະລາ ເຈົ້າເມືອງໆຜາອຸດົມ ພ້ອມດ້ວຍພະນັກງານອາວຸໂສ-ບໍານານ, ສອງກອງບັນຊາການ ປກຊ-ປກສ, ສະມາຊິກພັກ, ພະນັກ ງານ-ລັດຖະກອນ ອ້ອມຂ້າງເມືອງ ເຂົ້າຮ່ວມ.
ທ່ານ ພົງສະຫວັນ ປັນຍາສັກ ຮອງເລຂາພັກເມືອງ ໄດ້ເລົ່າຄືນມູນເຊື້ອວັນຊາດທີ 2 ທັນວາ ຄົບຮອບ 49 ປີ, ຊຶ່ງເປັນວັນທີ່ມີຄວາມໝາຍຄວາມສໍາຄັນ ຂອງຊາດລາວ, ສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າອົງອາດກ້າຫານແຫ່ງການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ພາຍໃຕ້ການ ນຳພາ-ຊີ້ນຳອັນສະຫລາດສ່ອງໃສ ຂອງພັກປະຊາຊົນ ປະຕິວັດລາວ ຢ່າງພິລະອາດຫານ ຕ້ານຈັກກະພັດຜູ້ຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່, ສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ປະກາດສ້າງຕັ້ງ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.
ພ້ອມນີ້, ທ່ານຍັງຍົກໃຫ້ເຫັນຜົນສໍາເລັດ ຂອງການປະຕິບັດ 2 ໜ້າທີ່ຍຸດທະສາດ ແລະ ສືບຕໍ່ຂະຫຍາຍມູນເຊື້ອ ວັນຊາດທີ 2 ທັນວາ ເຂົ້າໃນການພັດທະນາປະເທດຊາດ ແລະ ໄດ້ຫວນຄືນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງ ປະທານ ໄກສອນ ພົມວິຫານ ໃນການເຄື່ອນໄຫວແຕ່ລະໄລຍະ ໂດຍສະເພາະມູນ ເຊື້ອການເຄື່ອນໄຫວ ພາລະກິດປະຕິວັດ ອັນອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນຂອງປະທານ ໄກສອນ ພົມວິຫານ ຈົນກາຍເປັນນັກຮົບປະຕິວັດທີ່ຍິ່ງໃຫຍ່ ຂອງຊາດ, ເປັນວິລະບູລຸດເປັນຜູ້ນຳຂອງພັກ-ລັດ ທີ່ມີຄວາມສາມາດສະຫລາດສ່ອງໃສ, ເປັນນັກທິດສະດີ ແລະ ພຶດຕິກຳ ເປັນນັກປຸກລະດົມຂົນຂວາຍ, ເປັນແບບຢ່າງອັນໃສແຈ້ງ, ມີແບບແຜນນໍາພາ, ມີວິທີເຮັດວຽກທີ່ດີ, ເປັນແກ່ນສານຂອງຄວາມສາມັກຄີພາຍໃນພັກ ແລະ ຊາດ, ເປັນຜູ້ທີ່ມີຄຸນສົມບັດສິນທຳປະຕິວັດສູງສົ່ງ, ມີທັດສະນະມະຫາ ຊົນກວ້າງຂວາງ ເປັນຜູ້ນຳທີ່ບໍລິສຸດປອດໃສ ເປັນນັກເຄື່ອນໄຫວສາກົນຜູ້ດີເດັ່ນ ທັງເປັນຜູ້ວາງແນວທາງ ແລະ ເປັນແບບຢ່າງປະຕິບັດແນວທາງຕ່າງປະເທດຢ່າງຖືກຕ້ອງ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ.
ສະນັ້ນ, ສະມາຊິກພັກ, ພະນັກງານ -ລັດຖະກອນ ຕ້ອງໄດ້ຮຽນຮູ້ເອົາວິລະກໍາຄຸນງາມຄວາມດີ, ແບບຢ່າງອັນດີເລີດ ຂອງປະທານ ໄກສອນ ພົມວິຫານ ເພື່ອສືຶບທອດພາລະກິດຂອງພັກໃນໄລຍະໃໝ່.
ໃນພິທີ, ຍັງໄດ້ມີການມອບໃບຍ້ອງຍໍຂອງເຈົ້າເມືອງ ໃຫ້ບຸກ ຄົນ, ກົມກອງ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນປົກປັກ ຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພັດທະນາເມືອງຜາອຸດົມ ປະຈໍາປີ 2024 ຈໍານວນ 219 ທ່ານ ຍິງ 59 ທ່ານ ແລະ 2 ກົມກອງ. ພ້ອມນີ້, ຍັງໄດ້ຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ຈໍານວນ 80 ໜ່ວຍພັກ.
ຂ່າວ: ບຸນໜຽວ ຈະເລີນຜົນ, ພາບ: ໂສພາ ທິບພະວົງ