ກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງຜາອຸດົມ ຄັ້ງທີ XIII ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ເຊິ່ງໄດ້ດຳເນີນມາເປັນເວລາ 2 ວັນ ນັບແຕ່ວັນທີ 13 ຫາວັນທີ 14 ມີນາ 2025 ຢູ່ທີ່ສະໂມສອນຂອງເມືອງ ໂດຍການເປັນປະທານ ຂອງສະຫາຍ ຈັນທອນ ພົນທະລາ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຜາອຸດົມ.
ກອງປະຊຸມໄດ້ຮັບຮອງເອົາບັນດາເອກະສານຮ່າງບົດລາຍງານການເມືອງທັງສອງພາກ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ XII, ບັນດາທິດທາງ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາຂອງອົງຄະນະພັກເມືອງ ໃນ 5 ປີຕໍ່ໜ້າ, ຮັບຮອງເອົາຮ່າງບົດສໍາຫຼວດນໍາພາລວມຂອງຄະນະບໍລິຫານງານພັກເມືອງ ໃນນີ້, ໄດ້ຕີລາຄາດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ, ບົດຮຽນຖອດຖອນໄດ້ໃນການນຳພາ-ຊີ້ນໍາ ແລະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ເຊິ່ງຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ ທີ່ຍາດມາໄດ້ຂອງແຕ່ລະຂົງເຂດວຽກງານ ເຮັດໃຫ້ເມືອງຜາອຸດົມ ມີສະຖຽນລະພາບທາງດ້ານການເມືອງ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ການພັດທະນາເສດຖະກິດ-ສັງຄົມ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 442.21 ຕື້ກີບ, ເສດຖະກິດຂະຫຍາຍຕົວສະເລ່ຍ 5,4% /ປີ, ສະເລັ່ຍລາຍຮັບຕໍ່ຫົວຄົນປະຕິບັດໄດ້ 9 ລ້ານກວ່າກີບ/ຄົນ/ປີ ທຽບໃສ່ແຜນ 5 ປີ ຫຼຸດຄາດໝາຍ 9,4%, ພ້ອມນັ້ນ ຜູ້ແທນກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເຊິ່ງມີຜູ້ແທນລົງສະໝັກ 29 ສະຫາຍ, ຍິງ 4 ສະຫາຍ, ເລືອກເອົາ 25 ສະຫາຍ, ຍິງ 3 ສະຫາຍ, ຜ່ານການປ່ອນບັດຄັດເລືອກ ແລະຜົນກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນ ເລືອກເອົາຄະນະປະຈຳພັກເມືອງຈໍານວນ 7 ສະຫາຍ, ຍິງ 1 ສະຫາຍ, ເລືອກເອົາສະຫາຍ ກາງ ມະນີຫວ່າງ ເປັນເລຂາຄະນະບໍລິຫານງານພັກເມືອງຜາອຸດົມ ຊຸດໃໝ່ ຄັ້ງທີ XIII , ເລືອກເອົາ ສະຫາຍ ພັທ ບຸນສີ ທອງສະໄຫວ ແລະສະຫາຍ ນາງ ມະນີວັນ ພັນປະເສີດ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ ຊຸດໃໝ່. ໃນນີ້, ໄດ້ເລືອກເອົາ ສະຫາຍ ນາງ ມະນີວັນ ພັນປະເສີດ ເປັນປະທານກວດກາ, ເລືອກເອົາສະຫາຍ ສະຫາຍ ຫຸມພັນ ຈັນທະວົງ, ສະຫາຍ ນາງ ສາຍມິດ ພອນປະເສີດ ເປັນຮອງປະທານກວດກາ, ຈາກນັ້ນໄດ້ປ່ອນບັດເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ອົງຄະນະພັກແຂວງບໍ່ແກ້ວ ຄັ້ງທີ VII .
ໂອກາດດຽວກັນນີ້ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ປອ ທອງຈັນ ມະນີໄຊ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳຂອງຄະນະບໍລິຫານງານພັກເມືອງຜາອຸດົມ ຊຸດທີ XII ທີ່ໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ສະມາຊິກພັກ, ພະນັກງານ, ປະຊາຊົນບັນດາເຜົ່າ ປະຕິບັດໜ້າທີ່ການເມືອງ ແລະ ຍາດໄດ້ຜົນສຳເລັດຫຼາຍດ້ານ.
ທີ່ມາ: ໜັງສືພິມບໍ່ແກ້ວ






