ຕາມການລາຍງານຂອງຄະນະຄຸ້ມຄອງໄພພິບັດກໍ່ຄືຫ້ອງການແຮງງານສະຫວັດດີການສັງຄົມເມືອງຜາອຸດົມ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫລາຍວັນ ນັບແຕ່ວັນທີ 8 – 9 ກັນຍາ 2024 ມີຝົນຕົກໜັກເນື່ອງມາຈາກລົມພາຍຸໃຕ້ຝຸ່ນຢາກິ ເຮັດໃຫ້ມີນໍ້າປ່າໄຫລຊຸຖ້ວມເຮືອນປະຊາຊົນຢູ່ບ້ານນາໂຮມມີຄວາມເສຍຫາຍຢ່າງໜັກໜ່ວງ, ມີຄອບຄົວທີ່ໄດ້ຮັບຜົນກະທົບເສຍຫາຍຫລາຍມີ 9 ຄອບຄົວ.
ນອກຈາກນີ້ຍັງມີເນື້ອທີ່ປູກຝັງຂອງພໍ່ແມ່ປະຊາຊົນເປັນຕົ້ນແມ່ນ: ສວນ, ໄຮ່ ແລະນາ ຢູ່ຈຸດບ້ານ ຫ້ວຍແປ້ນ, ບ້ານ ປາງທອງ ແລະນາແຄມລ້ອງນໍ້າຫາດ ບ້ານ ຖິ່ນແກ້ວ, ບ້ານ ຜາອຸດົມ , ບ້ານ ສີບຸນເຮືອງ, ບ້ານ ໂຮມສຸກ, ບ້ານ ໃຫ່ຍນໍ້າຍາວ, ບ້ານ ຄໍາຝອງ, ບ້ານ ກອນຊອດ, ບ້ານ ຄະນອງ ແລະ ເຂດຈັດສັນຫາດໝວກ, ເສັ້ນທາງທີ່ໄດ້ຮັບຄວາມເສຍຫາຍດິນເຈື່ອນຂາດຢູ່ຈຸດຈັດສັນຫາດໝວກ, ຂົວຂ້າມຫ້ວຍໝວກ , ຈຸດບ້ານ ໃຫ່ຍນໍ້າຍາວ, ບ້ານສີບຸເຮືອງ, ຂົວນໍ້າຄາ , ບ້ານ ນາໂຮມຂົ້ວຫ້ວຍເນືອມ ແລະ ເສັ້ນ ທາງແຕ່ບ້ານໄຊສະຫວ່າງ ຫາ ບ້ານນາຄູນຊາຍແດນເມືອງຮຸນ ແລະ ເສັ້ນທາງບ້ານຄະນອງ ເຮັດໃຫ້ການສັນຈອນໄປ-ມາພົບຄວາມຫຍຸ້ງຍາກ, ເສັ້ນທາງບາງບ່ອນບໍ່ສາມາດສັນຈອນໄປ-ມາໄດ້.
ຕໍ່ເຫດການດັ່ງກ່າວ, ຄະນະປະຈຳພັກເມືອງ, ຄະນະກໍາມະການປ້ອງກັນໄພພິບັດຂັ້ນເມືອງ, ຄະນະກອງບັນຊາການທະຫານເມືອງ ແລະຄະນະກອງພັນໃຫ່ຍ ທະຫານຫາບ 302 ແລະຊາວໜຸມຕະລຸມບອນທີ່ເປັນພະນັກງານ-ລັດຖະກອນ ພາຍໃນເມືອງ ໄດ້ລະດົມກຳລັງ ທັງໝົດ 105 ສະຫາຍ, ຍິງ 19 ສະຫາຍ ລົງຊ່ວຍ ເຫຼືອປະຊາຊົນ ທີ່ຖືກຜົນກະທົບຫຼາຍບ້ານໂດຍສະເພາະ ບ້ານນາໂຮມຂົນເຂົ້າ ແລະເຄື່ອງຂອງຕ່າງໆອອກຈາກບ່ອນທີ່ມີຄວາມ ສ່ຽງນໍ້າຖ້ວມ ໄປໄວ້ບ່ອນທີ່ປອດໄພ.
ຂ່າວ: ໂສພາ ທິບພະວົງ








