ແຫລ່ງຂ່າວຈາກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເນື່ອງຈາກເກີດມີຝົນຕົກໜັກຫລາຍມື້ຕິດຕໍ່ກັນ ຈາກພາຍຸວິພາ ເຮັດໃຫ້ສາຍນ້ຳຫ້ວຍຫລາຍສາຍຕ່າງໆ ຢູ່ພາຍໃນເມືອງຜາອຸດົມ ແຂວງບໍ່ແກ້ວ ມີປະລິມານນ້ຳເພີ່ມຂຶ້ນ ໄດ້ນອງໄຫລຊຸແຮງ ເອົາເນື້ອທີ່ນາທໍາການຜະລິດຂອງປະຊາຊົນ ຢູ່ລຽບຕາມແຄມຫ້ວຍຕ່າງໆ ແລະ ຍຶ່ງຖ້ວມຂັງເຮືອນຂອງປະຊາຊົນ, ຖະໜົນຫົນທາງ, ຂົວຂ້າມສາຍນ້ຳຫ້ວຍຕ່າງໆ ໄດ້ເຊາະເຈື່ອນ ແລະ ຕັດຂາດບາງຈຸດ ເຮັດໃຫ້ການສັນຈອນໄປ-ມາພົບຄວາມຫຍຸ້ງຍາກ ພ້ອມທັງເສຍຫາຍຫລາຍສົມຄວນ.

ຕໍ່ກັບສະພາບເຫດການດັ່ງກ່າວ, ຄະນະຄຸ້ມຄອງໄພພິບັດຂັ້ນເມືອງ ສົມທົບກັບກຳລັງ ປກຊ-ປກສ ເມືອງຜາອຸດົມ, ກອງພັນໃຫຍ່ 302, ກໍາລັງຊາວໜຸ່ມຕະລຸມບອນຂອງເມືອງ ແລະ ກຳລັງຂອງແຕ່ລະບ້ານ ໄດ້ພ້ອມກັນເຝົ້າລະວັງ ແລະ ຕິດຕາມສະພາບຢ່າງໃກ້ຊິດ ໃຫ້ຄວາມຊວຍເຫລືອຢ່າງຕິດແທດ ໃນນີ້, ໄດ້ພ້ອມກັນຂົນເຄື່ອງຂອງທີ່ຈໍາເປັນພາຍໃນເຮືອນ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບໄປໄວ້ຢູ່ບ່ອນທີ່ປອດໄພ, ເພື່ອຫລີກລ້ຽງການເສຍຫາຍ, ຖະໜົນຫົນທາງການສັນຈອນໄປ-ມາບາງຈຸດ ແມ່ນໄດ້ມີນໍ້າຫ້ວຍຍຶ່ງຖ້ວມຂັງບາງບ່ອນ. ສ່ວນຜົນເສຍຫາຍ ຍັງບໍ່ສາມາດປະເມີນໄດ້ ພາຍຫລັງນໍ້າແຫ້ງ ຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ຈະໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເລັ່ງເກັບກໍາຂໍ້ມູນລາຍງານໃຫ້ຊາບຕາມພາຍຫລັງ.

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ທີ່ຢູ່ລຽບຕາມແຄມນ້ຳຫ້ວຍສາຍຕ່າງໆ ພາຍໃນເມືອງຜາອຸດົມ ໃຫ້ເຝົ້າລະວັງຕິດຕາມສະພາບອາກາດ, ການແຈ້ງເຕືອນຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ຫລື ການແຈ້ງເຕືອນຂອງທາງຄະນະຮັບຜິດຊອບຂອງເມືອງ ເພື່ອພ້ອມກັນເຝົ້າລະວັງ ແລະກຽມຮັບມືໃຫ້ທັນກັບສະພາບ ເພື່ອຄວາມປອດໄພທາງດ້ານຊັບສິນ ແລະ ຊີວິດຂອງທ່ານ.
ຂ່າວ: ພອນສະຫວັນ ມະນີສີ


