ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຜິງກູ່​ ປັກ​ກິ່ງ ຍິນດີຮ່ວມມືກັບ ລາວ ແລະ ອາຊຽນ

Oct 11, 2024

ວັນ​ທີ 10 ຕຸລາ​ນີ້, ຄະນະນໍາເມືອງຜິງກູ່ ຂອງນະຄອນຫຼວງ​ປັກ​ກິ່ງ ສປ ຈີນ​ ໄດ້​ຮ່ວມຈັດ​ກອງປະຊຸມ​ສົ່ງ​ເສີມ​ການ​ລົງທຶນ​ລະດັບ​ສູງ ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສປປ ລາວ​ ​ພາຍ​ໃຕ້​ຫົວ​ຂໍ້ “​ຄວ້າ​ໂອກາດ​ຂອງ​ຍຸກ​ສະ​ໄໝ, ​ແບ່ງປັນ​ຜົນປະໂຫຍດແຫ່ງ​ການ​ພັດທະນາ.”
ທ່ານ ຖາງຈ້າວຮຸ້ຍ (Tang Zhaohui), ຮອງເຈົ້າເມືອງຜິງກູ່, ໄດ້ແນະນໍາເຖິງການພັດທະນາທີ່ມີຄຸນນະພາບສູງຂອງພາກພື້ນ, ເນັ້ນໂອກາດຍຸດທະສາດ, ຄວາມໄດ້ປຽບດ້ານພູມສາດ, ຊັບພະຍາກອນທໍາມະຊາດ, ພື້ນຖານອຸດສາຫະກໍາ ແລະ ສະພາບແວດລ້ອມທາງທຸລະກິດ​ໃຫ້​ເຕີບ​ໂຕດ້ວຍ​ເງື່ອນ​ໄຂ​ທີ່​ມີທ່າແຮງ ລວມທັງ​ຜັນ​ຂະຫຍາຍ “ວົງ​ຄະນາ​ຍາດ​ເພື່ອນ​ມິດ” ຂອງ​ເມືອງ​ໃນການແລກປ່ຽນການ​ຕ່າງປະ​ເທດ, ສ້າງ “ຂົວ​ແຫ່ງ​ມິດຕະພາບ” ​ເພື່ອ​ແລກປ່ຽນ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ສ້າງ “​ປະຊາ​ຄົມ​ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມກັນ” ໃນການຮ່ວມມືການຄ້າ. ເມືອງຜິງກູ່ ​ຍິນດີຕ້ອນຮັບ​ທຸກ​ພາກສ່ວນ​ຂອງ​ສັງຄົມ ​ແລະ​ ຜູ້​ປະກອບ​ການ​ຈາກ​ປະ​ເທດ​ອາ​ຊຽນ​ ໄປ​ຢ້ຽມຢາມ ​ເພື່ອ​ສຳຜັດ​ກັບ​ທັດສະນີ​ຍະ​ພາບ​ທີ່​ສວຍ​ງາມ ແລະ​ ການ​ຕ້ອນຮັບທີ່ດີ ​ແລະການ​ພັດທະນາ​ຢ່າງ​ວ່ອງ​ໄວຂອງເມືອງຜິງກູ່​ ເພື່ອແບ່ງບັນຜົນປະໂຫຍດດ້ານນະໂຍບາຍຂອງຕະຫຼາດຈີນ ທີ່ກວ້າງຂວາງ ແລະ ຄ້ວາໂອກາດການຂະຫຍາຍຕົວ.
ໃນໂອກາດນີ້,ທ່ານ ສິນ ໄຫປິ່ນ (Qin Haibin), ຄະນະ​ກໍາມະການບໍລິຫານ​​ເຂດການ​ຂົນ​ສົ່ງ ມາຟ່າງ (Mafang) ທີ່ເມືອງຜິງກູ່ໍໄດ້ກ່າວວ່າ: ​ເມືອງຜິງກູ່ມີຄວາມ​ໄດ້​ປຽບໃນດ້ານອຸດສາຫະກຳ​ຂົນ​ສົ່ງ​ທີ່​ທັນ​ສະ​ໄໝ​, ມີ​ເສັ້ນທາງ​ລົດ​ໄຟ​ຂົນ​ສົ່ງ​ສິນຄ້າ​ຈີນ-ເອີຣົບ, ​ຫວັງ​ວ່າ​ວິ​ສາ​ຫະກິດ​ການ​ຄ້າ​ ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ຈະ​ຮ່ວມ​ກັນຍຶດໝັ້ນ “ແລວເສດຖະກິດ” ເສັ້ນທາງລົດໄຟຈີນ-ລາວ ເພື່ອຂະຫຍາຍຜົນຂອງ “ເສັ້ນທາງຄຳ” ຕື່ມອີກ, ພ້ອມກັນກໍ່ສ້າງ ແລະແບ່ງປັນແລວທາງຂົນສົ່ງສິນຄ້າ, ເສດຖະກິດການຄ້າ ແລະພັດທະນາ. ຮັບປະກັນການບໍລິການທີ່ດີເລີດ ແລະອົບອຸ່ນ ພ້ອມອໍານວຍເງື່ອນໄຂທີ່ສະດວກທີ່ສຸດ ເພື່ອສົ່ງເສີມການຮ່ວມມືທີ່ມີຜົນປະໂຫຍດເຊິ່ງກັນແລະກັນ, ການພັດທະນາຮ່ວມກັນ, ແລະຕ່າງຝ່າຍໄດ້ຮັບຜົນປະໂຫຍດໃນອະນາຄົດ.
ທີ່ມາ: CMG