ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງພີນ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ XII

Mar 26, 2025

ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງພີນ ຄັ້ງທີ XII ໄດ້ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າຜ່າເຜີຍໃນຄັ້ງວັນທີ 26 ມີນາ 2025 ທີ່ສະໂມສອນຂອງເມືອງ ໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກໂດຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ
ກອງປະຊຸມຄັ້ງນີ້ບັນດາສະຫາຍຜູ້ແທນສົມບູນຈຳນວນ 175 ສະຫາຍ, ຍິງ 18 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງຈຳນວນ 2,155 ສະຫາຍ, ຍິງ 633 ສະຫາຍ ໄດ້ມີຄວາມເປັນເອກະພາບສູງສຸມທຸກສະຕິປັນຍາຂອງຕົນ ປະກອບສ່ວນເຂົ້າໃນການດຳເນີນກອງປະຊຸມໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ພາຍໃນກອງປະຊຸມບັນດາສະຫາຍຜູ້ຕາງໜ້າຈາກຂົງເຂດອົງການຈັດຕັ້ງພັກ-ພະນັກງານ, ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ,ຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດເສດຖະກິດ ແລະ ຄອບຄົວຕົວແບບ ໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນຢ່າງກົງໄປ-ກົງມາຕໍ່ຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ. ຈາກນັ້ນ ບັນດານສະຫາຍຜູ້ແທນສົມບູນກໍ່ໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງພີນຊຸດໃໝ່ ເຊິ່ງມີຜູ້ລົງສະໝັກທັງໝົດ 29 ສະຫາຍ, ຍິງ 4 ສະຫາຍ, ເລືອກໄດ້ 25 ສະຫາຍ, ຍິງ 3 ສະຫາຍ. ກອງປະຊຸມຄັ້ງປະຖົມມະລືກໄດ້ເລືອກເອົາຄະນະປະຈຳພັກເມືອງຈຳນວນ 7 ສະຫາຍຄື: ສະຫາຍ ພູລັດຕະນະ ພົມມະຫາໄຊ, ສະຫາຍ ເກດສະໜາ ບຸດຕະວົງ, ສະຫາຍ ທຳມະລາດ ມະນີວົງ, ສະຫາຍ ພັທ ກິແກ້ວ ແກ້ວບຸນເຮືອງ, ສະຫາຍພູເຂົາ ໄຊຍະວົງ, ສະຫາຍ ວິໄລວັນ ໄຊວົງຄຳ ແລະ ສະຫາຍ ຄົມຄິດ ຍາດຕິວົງ.
ກອງປະຊຸມໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ພູລັດຕະນະ ພົມມະຫາໄຊ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ເກດສະໜາ ບຸດຕະວົງ ແລະ ສະຫາຍ ທຳມະລາດ ມະນີວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ. ພ້ອມນີ້ຍັງໄດ້ເລືອກເອົາສະຫາຍ ພູເຂົາ ໄຊຍະວົງ ເປັນປະທານກວດກາພັກເມືອງ, ເລືອກເອົາສະຫາຍ ເພັດສະໝອນ ສີບຸນເຮືອງ ແລະ ສະຫາຍ ຄຳເຊິນ ສີບຸນເຮືອງ ເປັນຮອງປະທານກວດກາພັກເມືອງ. ກອງປະຊຸມຄັ້ງນີ້ຍັງໄດ້ເລືອກເອົາຜູ້ແທນສົມບູນຈຳນວນ 21 ສະຫາຍ, ສຳຮອງ 3 ສະຫາຍ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ຕື່ມອີກ.
ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະບໍລິຫານງານພັກເມືອງພີນຊຸດໃໝ່ ເພື່ອເປັນເຂັມຊີ້ທິດໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໃຫ້ມີທ່ວງທ່າຂະຫຍາຍຕົວດີຂຶ້ນກວ່າເກົ່າ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກເມືອງຊຸດໃໝ່ ຕ້ອງເພີ່ມທະວີຍົກລະດັບບົດບາດການນໍາພາຂອງພັກໃນທຸກຂົງເຂດວຽກງານ, ເພື່ອເຮັດແນວໃດໃຫ້ມະຫາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ຢາກເຮັດໄດ້ແນວນັ້ນຕ້ອງເອົາໃຈໃສ່ວຽກງານປັບປຸງພັກໃຫ້ມີຄວາມເຂັ້ມແຂງຮູ້ນຳພາຮອບດ້ານໃຫ້ແທດເໝາະກັບທີ່ຕັ້ງຂອງແຕ່ລະການຈັດຕັ້ງພັກ, ພຶດຕິກຳຕົວຈິງໄດ້ຊີ້ບອກວ່າ: ບ່ອນໃດມີການຈັດຕັ້ງພັກເຂັ້ມແຂງຮູ້ນຳພາ ບ່ອນນັ້ນຈະມີຄວາມກ້າວໜ້າຫຼາຍ ສະນັ້ນໃນໄລຍະໃໝ່ການກໍ່ສ້າງປັບປຸງພັກໃຫ້ເຂັັ້ມແຂງຈິ່ງແມ່ນຄວາມຈຳເປັນທີ່ຮີບດ່ວນ, ຕ້ອງເອົາໃຈໃສ່ຢ່າງບໍ່ລົດລະຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ. ກ່ຽວກັບການພັດທະນາທາງດ້ານເສດຖະກິດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ຕ້ອງກຳໃຫ້ໄດ້ວ່າເຂດໃດ, ບ້ານໃດມີທ່າແຮງໃນການຜະລິດດ້ານໃດເພື່ອສຸມວິຊາການ, ສຸມທຶນເຂົ້າຊ່ວຍໝູນແລະຊຸກຍູ້ແຮງປະຊາຊົນ ຈັດຕັ້ງປະຕິບັດແຜນການຜະລິດໃຫ້ມີປະສິດທິຜົນ. ຈາກນັ້ນ ສະຫາຍ ພູລັດຕະນະ ພົມມະຫາໄຊ ເລຂາຄະນະບໍລິຫານງານພັກເມືອງ ກໍ່ໄດ້ຂຶ້ນຮັບຄຳໂອວາດ ແລະ ກ່າວປິດກອງປະຊຸມຢ່າງເປັນທາງການ.
ຂ່າວ-ພາບ: ອັກສອນສິນ ພົມມະຈັນ