ເມືອງພຽງ ແຂວງໄຊຍະບູລີ ຈັດງານເທດສະການບຸນກອງເຂົ້າໃຫຍ່ ປະຈໍາປີ 2025 ຂຶ້ນໃນວັນທີ 9 ມັງກອນ 2025ຜ່ານມາ, ໂດຍການເປັນກຽດເຂົ້າຮ່ວມ ຂອງທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ມີທ່ານ ລຽນ ທີແກ້ວ ອາດີດລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ອາດີດເຈົ້າແຂວງໄຊຍະບູລີ, ມີທ່ານບຸດສະກອນ ອິນທະລັງສີ ເຈົ້າເມືອງໆພຽງ ມີບັນດາການນໍາຂອງແຂວງຂອງເມືອງ, ບັນດາແຂກຖືກເຊີນ, ພະນັກງານ, ທະຫານ, ຕໍາຫຼວດ ນັກທຸລະກິດ ແມ່ຄ້າ-ພໍ່ຊາວຂາຍ, ນັກທ່ອງທ່ຽວ ພ້ອມດ້ວຍປະຊາຊົນຊາວເມືອງພຽງ, ຕ່າງເມືອງ, ຕ່າງແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.
ສໍາລັບງານເທດສະການບຸນກອງເຂົ້າໃຫຍ່ເມືອງພຽງ ປະຈໍາປີ 2025ນີ້ ແມ່ນໄດ້ຈັດຂຶ້ນໂດຍຕິດພັນກັບຍຸດທະສາດຂອງເມືອງພຽງທີ່ວ່າ ‘’ສ້າງເມືອງພຽງໃຫ້ກາຍເປັນເມືອງຜະລິດສະບຽງອາຫານ ຕິດພັນກັບການປຸງແຕ່ງສົ່ງອອກ, ພັດທະນາການບໍລິການທາງຜ່ານ ແລະ ທ່ອງທ່ຽວທີ່ເປັນມິດກັບສິ່ງແວດລ້ອມ’’. ອີກດ້ານໜຶ່ງກໍເພື່ອເປັນການສືບຕໍ່ປັບປຸງ ແລະ ເສີມຂະຫຍາມມູນເຊື້ອວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນ ໃຫ້ມີຄວາມຍືນຍົງ ຢູ່ຄູ່ກັບປະຊາຊົນບັນດາເຜົ່າຊາວເມືອງພຽງຕະຫຼອດໄປ. ທັງເປັນການສ້າງເງື່ອນໄຂປຸກລະດົມແນວຄິດຂອງປະຊາຊົນບັນດາເຜົ່າ ເຂົ້າໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃຫ້ມີຄວາມໜັກແໜ້ນເຂັ້ມແຂວງກວ່າເກົ່າ.
ງານດັ່ງກ່າວ, ໄດ້ຈັດຂຶ້ນໃນທຸກໆປີ ຊຶ່ງມີຫຼາຍກິດຈະກໍາເຊັ່ນ: ຂະບວນແຮ່ເຂົ້າເປືອກ, ເຂົ້າສານຂອງປະຊາຊົນແຕ່ລະບ້ານ, ຂອງບັນດາສໍານັກງານອົງການ ແລະ ມີພິທີທາງສາດສະໜາ, ການປະກວດນາງທິດາກອງເຂົ້າໃຫຍ່, ການປະກວດອາຫານພື້ນເມືອງ, ການສະແດງສິລະປະວັນນະຄະດີ, ການແຂ່ງຂັນກິລາພື້ນເມືອງ, ງານຕະຫຼາດນັດ ຕະຫຼອດເຖິງການຄົບງັນຕາມຮີດຄອງປະເພນີ ແລະ ກິດຈະກຳອື່ນໆ.
ທ່ານ ບຸດສະກອນ ອິນທະລັງສີ ເຈົ້າເມືອງໆພຽງ ໄດ້ກ່າວເປີດພິທີເປີດງານເທດສະການບຸນກອງເຂົ້າໃຫຍ່ປະຈໍາປີ 2025 ຢ່າງເປັນທາງການ. ໃນພິທີຄັ້ງນີ້, ເມືອງພຽງຍັງໄດ້ປະກາດຮັບຮອງເອົາ 5 ບ້ານ ເປັນບ້ານພັດທະນາສີມືແຮງງານຄື: ບ້ານໜອງບົວຊາຍ, ກິ່ວແຄ່ມ, ນ້ຳຍາບ, ຂຸນພອນ ແລະ ບ້ານຫ້ວຍຫານ, ປະກາດຮັບຮອງເອົາບ້ານ ພູຟ້າມີໄຊ ເປັນບ້ານສາມັກຄີປອງດອງ.
ຂ່າວ: ແສງສຸດາ ກິ່ງສະຫວັດ





