ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງພຽງ ໄດ້ຮັບເຂົ້າຊ່ວຍເຫຼືອຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ

Feb 5, 2025

ພິທີມອບ-ຮັບເຂົ້າຊ່ວຍເຫຼືອຈາກກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ເພື່ອຊ່ວຍເຫຼືອຜູ້ປະສົບໄພພິບັດ ຢູ່ເມືອງພຽງ ແຂວງໄຊຍະບູລີ ພາຍໃຕ້ຄັງແຮເຂົ້າຊ່ວຍເຫຼືອສຸກເສີນ ອາ ຊຽນ +3 ໄດ້ຈັດຂຶ້ນໃນວັນທີ 5 ກຸມພານີ້ ທີ່ຫ້ອງປະຊຸມຫ້ອງ ການສຶກສາທິການ ແລະ ກິລາເມືອງ.
ການຊ່ວຍເຫຼືອຄັ້ງນີ້, ໄດ້ມອບຈ້າວຊ່ວຍເຫຼືອຜູ້ປະສົບໄພນ້ຳຖວມຈຳນວນ 14 ບ້ານ, ມີ 480 ກວ່າຄອບຄົວມີຈໍານວນ 23,000 ກິໂລ. ຊ່ວຍເຫຼືອຄອບຄົວຜູ້ຖືກຜົນກະທົບສັດຕູພືດທຳລາຍເຂົ້ານາປີ 2024 ຈຳນວນ 2 ບ້ານ ມີ 110 ກວ່າຄອບຄົວ ເຂົ້າຈ້າວ 4,000 ກິໂລ ແລະ ຊ່ວຍເຫຼືອນ້ອງນັກຮຽນທີ່ທຸກຍາກດ້ອຍໂອກາດເຂົ້ານອນຫໍພັກຢູ່ ສອງ ໂຮງຮຽນ ມີ 30 ກວ່ານ້ອງ ຍິງ 10 ກວ່ານ້ອງ ເຂົ້າສານຈ້າວ 160 ກິໂລ ລວມທັງໝົດ 27,160 ກິໂລ.
Cr: ແສງສຸດາ ກິ່ງສະຫວັດ
May be an image of 11 people, dais and text