ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງມະຫາໄຊ ໄຂກອງປະຊຸມໃຫຍ່ຄັ້ງທີ XIV ອົງຄະນະພັກເມືອງ

Feb 27, 2025

ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງອົງຄະນະພັກເມືອງ ມະຫາ ໄຊ, ແຂວງຄຳມ່ວນ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 27 ກຸມ ພາ 2025 ທີ່ສະໂມສອນເມືອງ. ໂດຍມີ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄຳມ່ວນ, ແຂກຖຶກເຊີນ ແລະ ຜູ້ແທນສົມບູນຈຳນວນ 155 ສະຫາຍ, ຍິງ 11ສະຫາຍ ເຂົ້າຮ່ວມ.
ສະຫາຍ ອິນທະວົງ ພົມມະຈັນ ເລຂາຄະນະບໍລິຫານງານພັກເມືອງມະຫາໄຊ ກ່າວໄຂກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງ ແລະ ປະກອບຄໍາຄິດ-ຄໍາເຫັນ ຕໍ່ຮ່າງລາຍງານການເມືອງຄັ້ງທີ XIV, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2025–2029 ແລະ ຮ່າງບົດສຳຫຼວດການນໍາພາ-ຊີ້ນຳລວມຂອງອົງຄະນະພັກເມືອງ ຊຸດທີ XIII. ທີ່ສໍາຄັນແມ່ນຈະໄດ້ດໍາເນີນການປ່ອນບັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນໍາພາ-ຊີ້ນໍາ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ, ພ້ອມທັງເລືອກເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XI ຂອງອົງຄະນະພັກແຂວງຄຳ ມ່ວນ ແລະ ຮັບຟັງການໂອ້ລົມຈາກຄະນະພັກຂັ້ນເທິງ.
ກອງປະຊຸມຈະດຳເນີນໄປເປັນເວລາ 2 ວັນ ຈິ່ງຈະສຳເລັດ.
ທີ່ມາ: khammouane News