ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງມຸນລະປາໂມກ​ ຈັດພິທີ​​ໃສ່ບາດ​ ແລະ​ ຍົກເສົາຫຼັກເມືອງ​ຂຶ້ນສູ່ຫໍຫຼັກເມືອງ

Mar 10, 2025

ວັນທີ 8​-​9​ ມີນາ​ 2025​,​ ຄະນະພັກ​-ອົງການປົກຄອງເມືອງມຸນລະປາໂມກ ແຂວງຈໍາປາສັກ​ ໄດ້ຈັດພິທີ​ໃສ່ບາດ​ ແລະ​ ຍົກເສົາຫຼັກເມືອງ​ຂຶ້ນສູ່ຫໍຫຼັກເມືອງ​ສູນລວມນໍ້າໃຈຂອງຊາວເມືອງມຸນລະປາໂມກ.​
ພິທີດັ່ງກ່າວຈັດຂຶ້ນ​ຢູ່ບໍລິເວນເດີ່ນຫໍຫຼັກເມືອງ 4 ແຍກຂ້າງຕະຫຼາດຂອງເມືອງ​ ໂດຍມີ ທ່ານ ວັນນະສັກ ຊາດຕະກຸນ​ ເຈົ້າເມືອງມູນລະປາໂມກພ້ອມດ້ວຍມວນຊົນຊາວເມືອງ​ມຸນລະປາໂມກ​ ເຂົ້າ​ຮ່ວມ.​
ຈຸດປະສົງໃນການສ້າງຫໍຫຼັກເມືອງ ເພື່ອສ້າງສັນຍາລັກແຫ່ງຄວາມສາມັກຄີປອງດອງເປັນອັນໜຶ່ງອັນດຽວກັນ ຂອງຊາວເມືອງມຸນລະປາໂມກ ທັງເປັນການຢັ້ງຢືນຄວາມເຂັ້ມແຂງ,​ ຄວາມອົງອາດກ້າຫານໃນການຕໍ່ສູ້ ແລະ ປົກປັກຮັກສາບ້ານເມືອງ; ເປັນສັນຍາລັກຂອງເມືອງໃນຍຸກໃໜ່,​ ຍຸກສະໄໜແຫ່ງຄວາມຈະເລີນສີວິໄລ ແລະ ທັນສະໄໝ ຢູ່ພາຍໃຕ້ແສງສະຫວ່າງແຫ່ງການນໍາພາທີ່ສະຫຼາດສ່ອງໃສຂອງພັກປະຊາຊົນ​ ປະຕິວັດລາວ.​
ນອກນີ້​ ຍັງສ້າງເປັນບ່ອນກາບໄຫ້ວສັກກະລະບູຊາ​ ຂອງມວນຊົນຊາວເມືອງ​ ແລະ​ ແຂກຄົນຜູ້ມາທ່ອງທ່ຽວເມືອງມຸນລະປາໂມກ, ທັງຈະເປັນບ່ອນວາງສະແດງວັດຖຸບູ ຮານເກົ່າແກ່ສັກສິດຂອງທ້ອງຖິ່ນພາຍໃນເມືອງ ແລະ ອື່ນໆ.
ຂ່າວ​: ທູນທອງໃຈ