ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງມຸນລະປາໂມກ ມີເຂົ້າເຫຼືອກິນ ແລະຂາຍເປັນສິນຄ້າ 1 ຫມື່ນ 5 ພັນໂຕນ

Jan 21, 2025

ທ່ານ ພູວອນ ອຸດົມສຸກ ກໍາມະການພັກເມືອງ ຫົວໜ້າຫ້ອງ ການກະສິກໍາ ແລະ ປ່າໄມ້ ເມືອງມຸນລະປາໂມກ, ແຂວງຈໍາປາສັກ ໃຫ້ສໍາພາດວ່າ: ປີ 2024 ເມືອງມຸລະປາໂມກ ຜະລິດເຂົ້າ ເປືອກໄດ້ 3 ມື່ນ 4 ພັນໂຕນ, ທົ່ວເມືອງມີເຂົ້າເຫຼືອກິນ ແລະຂາຍເປັນສິນຄ້າ 1 ຫມື່ນ 5 ພັນໂຕນ. ສ່ວນ ປີ 2025 ຈະສູ້ຊົນໃຫ້ໄດ້ 5 ຫມື່ນ 7 ພັນກ່ວາໂຕນ, ໃນນັ້ນ ການຜະລິດເຂົ້ານາແຊງ 2025 ໃນເນື້ອທີ່ແຜນການ 1.043 ເຮັກຕາ, ສູ້ຊົນຜົນຜະລິດໃຫ້ໄດ້ 4.800 ໂຕນ, ແຜນການຜະລິດເຂົ້ານາປີ 2025 ໃນເນື້ອທີ່ 15.114 ເຮັກຕາ, ສູ້ຊົນຜົນຜະລິດໃຫ້ໄດ້ 52.899 ໂຕນ ແລະ ຕ້ອງຮັບປະກັນເຂົ້າສະບຽງ ໃຫ້ໄດ້ 12.559 ໂຕນ, ຍັງມີເຂົ້າເຫຼືອກິນ 36.175 ໂຕນ.
ຂ່າວ: ເກດສະໜາ ແກ້ວສຸວັນນະແສງ