ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງມຸລະປາໂມກ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ ສະເລ່ຍ 6,5% ຕໍ່ປີ

Feb 1, 2025

ທ່ານ ວັນລະເດດ ແກ້ວຈັນທາ, ຮອງເຈົ້າເມືອງໆມຸນລະປາໂມກ ແຂວງຈໍາປາສັກ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ IX ທີ່ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມໃນການນໍາພາແຕ່ນີ້ ຫາປີ 2029 ໂດຍສະເພາະແມ່ນການພັດທະນາເສດຖະກິດ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງເມືອງ ໄດ້ກຳນົດ 6 ເປົ້າໝາຍໃຫຍ່, ມີ 25 ແຜນວຽກຈຸດສຸມ, ມີ 105 ໂຄງການທີ່ເປັນບູລິມາສິດ.
ໃນນັ້ນຈຸດສຸມເປົ້າໝາຍທີ 1, ຕ້ອງສູ້ຊົນນໍາພາ – ຊີ້ນໍາ ເຮັດໃຫ້ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ ປະກອບມີ 4 ແຜນວຽກຈຸດ ສຸມໃຫຍ່, ໃນນັ້ນ ຄາດໝາຍດ້ານມະຫາພາກຈະສູ້ຊົນເຮັດໃຫ້ເສດຖະກິດຂອງເມືອງຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ 6,5% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ ລວມ 5 ປີ ໃຫ້ໄດ້ 7.925 ຕື້ກີບ; ລາຍໄດ້ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 33.575.500 ກີບຕໍ່ຄົນຕໍ່ປີ ເທົ່າກັບ 1.500 ໂດລາສະຫະລັດຕໍ່ຄົນຕໍ່ປີ.
ຂະແໜງກະສິກຳ ໃຫ້ຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 5,3% ກວມ 65,32%, ຂະແໜງອຸດສາຫະກຳຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 6,5% ກວມ 28,28%, ຂະແໜງບໍລິການຂະຫຍາຍຕົວເພີ່ມຂຶ້ນ ສະເລ່ຍ 3,8% ກວມ 6,40%. ດ້ານການເງິນ-ເງິນຕາ ການຈັດເກັບລາຍຮັບ-ການປະຕິບັດລາຍຈ່າຍ ໃຫ້ເຂັ້ມແຂງ, ໂປ່ງໃສ, ທັນສະໄໝ ແລະ ຍຸຕິທໍາ, ສູ້ຊົນເກັບລາຍຮັບເຂົ້າງົບປະມານ ໃຫ້ໄດ້ 77,63 ຕື້ກີບ ໃນນັ້ນ ລາຍຮັບສ່ວຍສາອາກອນ ໃຫ້ໄດ້33,15 ຕື້ກີບ, ລາຍຮັບຄຸ້ມຄອງຊັບສິນແຫ່ງລັດ ໃຫ້ໄດ້ 19,47 ຕື້ກີບ ແລະ ຄາດຄະເນແຂວງດຸ່ນດ່ຽງ 25 ຕື້ກີບ; ພາກລາຍຈ່າຍປະຕິ ບັດໃຫ້ໄດ້ 70,74 ຕື້ກີບ.
Cr: ເກດສະໜາ ແກ້ວສຸວັນນະແສງ