ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງວັງວຽງ ກຽມຄວາມພ້ອມຮອບດ້ານ ຈັດກອງປະຊຸມໃຫຍ່ ອົງຄະນະພັກ ຄັ້ງທີ VIII

Feb 25, 2025

ຄະນະປະຈໍາພັກເມືອງວັງວຽງ ກຽມຄວາມພ້ອມຮອບດ້ານ ເພື່ອຮັບປະກັນໃຫ້ແກ່ການ ດຳເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວັງວຽງ ຄັ້ງທີ VIII ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ 2025 ຢູ່ສະໂມສອນຂອງເມືອງວັງວຽງ ແຂວງວຽງຈັນ.
ສະຫາຍ ພອນແກ້ວ ຂຸນພົນ ຄະນະປະຈໍາພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງວັງວຽງ ໄດ້ໄດ້ໃຫ້ສໍາພາດໃນວັນທີ 23 ກຸມພາ 2025 ກ່ຽວກັບການກະກຽມຄວາມພ້ອມຂອງ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວັງວຽງ ຄັ້ງທີ VIII ວ່າ: ມາຮອດປັດຈຸບັນ, ການກະກຽມຄວາມພ້ອມ ດຳເນີນກອງປະຊຸມໃຫ່ຍຜູ້ແທນອົງຄະນະພັກເມືອງວັງວຽງ ຄັ້ງທີ VIII ໄດ້ສໍາເລັດຫລາຍດ້ານ. ໃນນັ້ນ, ໄດ້ສໍາເລັດການຂຽນຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດສັງຄົມ, ບົດສຳຫລວດການ ນໍາພາລວມຂອງຄະນະບໍລິຫານງານພັກເມືອງ ແລະ ບົດເອກະສານອື່ນໆທີ່ປິ່ນອ້ອມ; ຈັດຕັ້ງກອງປະຊຸມເພື່ອປະກອບຄໍາເຫັນ ປັບປຸງໃຫ້ຖືກຕ້ອງຕາມທິດຊີ້ນໍາ ຂອງອະນຸກຳມະການເນື້ອໃນຂອງແຂວງ ແລະ ສໍາເລັດການທາບທາມບຸກຄະລະກອນຮອບທີ I, II ແລະ III; ແຕ່ງຕັ້ງອະນຸກຳມະການລົງແກ້ໄຂ ບັນດາປະກົດການຫຍໍ້ທໍ້ຢູ່ພາຍໃນເທສະບານຂອງເມືອງ. ສໍາເລັດປະດັບປະດາ, ຕິດປ້າຍຄໍາຂວັນຕາມສະຖານທີ່ຕ່າງໆ. ນອກນັ້ນ, ຍັງໄດ້ສຸມໃສ່ສ້ອມແປງເສັ້ນທາງພາຍໃນເທສະບານເມືອງ ນໍາອີກ.
ສະຫາຍ ພອນແກ້ວ ຂຸນພົນ ຍັງໃຫ້ຮູ້ອີກວ່າ: ກອງປະຊຸມໃຫຍ່ຄັ້ງນີ້, ຈະມີຜູ້ແທນເຂົ້າຮ່ວມທັງໝົດ 165 ສະຫາຍ, ຍິງ 42 ສະຫາຍ, ຊຶ່ງຜູ້ແທນກອງປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ ແລະ ຮັບຮອງເອົາລາຍງານການເມືອງຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2025-2029). ພ້ອມນັ້ນ, ກໍຈະໄດ້ເລືອກຕັ້ງເອົາບຸກຄະລາກອນ ເຂົ້າໃນໂຄງປະກອບຂອງຄະນະບໍລິ ຫານງານພັກເມືອງຊຸດໃໝ່ ເພື່ອສືບຕໍ່ນຳພາຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງໜັກແໜ້ນໄປສູ່ຈຸດໝາຍທີ່ວາງໄວ້.
ສຳລັບ ດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ປ້ອງກັນສຸຂະພາບ ໄດ້ມີແຜນການປ້ອງກັນ ແລະ ໄດ້ມອບໝາຍໃຫ້ກຳລັງ ປກຊ-ປກສ ນັບແຕ່ຂັ້ນເມືອງຈົນຮອດກຸ່ມບ້ານ ແລະ ກອງຫລອນ, ປກສ ແຕ່ລະບ້ານ ໃຫ້ເອົາໃຈໃສ່ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຮັບປະກັນໃຫ້ມີຄວາມສະຫງົບປອດໄພ 100%; ເອົາໃຈໃສ່ໂຄສະນາສຸຂະສຶກສາການປ້ອງກັນພະຍາດລະບາດຕາມລະດູການ ແລະ ຮັກສາອະນາໄມສາມສະອາດຕາມສຳນັກງານ-ອົງການ, ບ້ານເຮືອນ ແລະ ຖະໜົນຫົນທາງໃຫ້ມີຄວາມສະອາດຈົບງາມ.
ຂ່າວ-ພາບ: ກິດຕາ
May be an image of 1 person and newsroom