ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງວຽງທອງ ສະຫຼຸບແຜນງົບປະມານແຫ່ງລັດ ປະຈຳປີ 2024

Mar 14, 2025

ໃນວັນທີ 14 ມີນາ 2025 ຫ້ອງການໆເງິນເມືອງວຽງທອງ, ແຂວງບໍລິຄຳໄຊ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2024 ແລະ ວາງທິດທາງປະຈຳປີ 2025 ຂຶ້ນຢູ່ຫ້ອງປະຊຸມຊັ້ນ III ສຳນັກງານປົກຄອງເມືອງ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ດວງໃຈ ພົມມີໄຊ ຮອງເລຂາພັກເມືອງ, ຮັກສາການເຈົ້າເມືອງ ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດຂັ້ນເມືອງ, ມີຫົວໜ້າຫ້ອງການ, ບ້ານສາມສ້າງ ແລະ ພະນັກງານພາຍໃນຫ້ອງການທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບີ ສຸລິ ກຳມະການພັກເມືອງ, ຫົວໜ້າຫ້ອງການເງິນເມືອງໄດ້ຂຶ້ນຜ່ານບົດສະຫຼູບການຈັດຕັ້ງປະຕິບັດງົບປະມານ ແຫ່ງລັດ ປະຈຳປີ 2024 ແລະ ທິດທາງປະຈຳປີ 2025 ເຊິ່ງໄດ້ຍົກໃຫ້ເຫັນການປະຕິບັດຜ່ານມາມີທັງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ໜຶ່ງປີຜ່ານມາປະຕິບັດຈັດເກັບລາຍຮັບເຂົ້າງົບປະມານຕາມການມອບໝາຍຂອງຂັ້ນເທິງ, ສ່ວນແຜນລາຍຈ່າຍແມ່ນໄດ້ປະຕິບັດມາດຕະການຄຸ້ມຄອງງົບປະມານແຫ່ງລັດຕາມແຈ້ງການຂອງກະຊວງການເງິນຢ່າງເຂັ້ມງວດ,​ ກອງປະຊຸມຍັງໄດ້ຜ່ານທິດທາງແຜນການ ປີ 2025 ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ.
ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະທິດທາງແຜນການຢ່າງກົງໄປກົງມາແນໃສ່ຄວາມເປັນເອກະພາບແລ້ວພ້ອມກັນຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນຫຼືລື່ນແຜນທີ່ວາງໄວ້.
ພາບ-ຂ່າວ: ທອງວັນດີ