ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງວຽງທອງ ສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ

May 30, 2025

ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ ທີ່ໄດ້ໝູນວຽນມາເຖິງອີກວາລະໜຶ່ງ, ໃນຕອນເຊົ້າວັນທີ 30 ພຶດສາພາ 2025 ນີ້ເມືອງວຽງທອງ​ ແຂວງບໍລິຄຳໄຊ ໄດ້ຈັດພິທີສະເຫຼີມສະຫຼອງ 2 ວັນດັ່ງກ່າວ ເຊິ່ງໄດ້ຈັດຂຶ້ນຢູ່ເດີ່ນຄູກັນນຳ້ບ້ານນຳ້ຢ້າງເທດສະບານເມືອງ ໂດຍການເຂົ້າຮ່ວມ ຂອງ ທ່ານ ອາລຸນສັກ ປະທຳມະວົງ ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນເພັງ ຈັນທະວົງສຸກຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າຫ້ອງການ ແລະພະນັກງານ,​ ນ້ອງນ້ອຍເຍົາວະຊົນ, ອານຸຊົນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີທ່ານ ອາລຸນສັກ ປະທຳມະວົງ ເລຂາພັກເມືອງ ໄດ້ຂື້ນມີຄຳເຫັນກ່ຽວກັບຄວາມໝາຍຄວາມສຳຄັນຂອງວັນປູກຕົ້ນໄມ້ແຫ່ງຊາດ ແລະ ປະຫວັດຄວາມເປັນມາຂອງວັນເດັກນ້ອຍສາກົນວັນທີ 1 ມິຖຸນາ.​ ຢູ່ເມືອງວຽງໃນປີນີ້ ເປັນຂະບວນການທີ່ມີຄວາມໝາຍຄວາມສໍາຄັນ ເພື່ອເປັນການປູກຈິດສໍານຶກໃຫ້ພວກເຮົາທຸກຄົນ, ໂດຍສະເພາະ ແມ່ນອະນຸຊົນຄົນຮຸ່ນໃໝ່, ບັນດານັກຮຽນ ແລະ ພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ເຖິງຄຸນປະໂຫຍດ, ຄວາມສໍາຄັນຂອງສິ່ງແວດລ້ອມ, ລະບົບນິເວດ ແລະ ຄຸນຄ່າຂອງປ່າໄມ້ ຊຶ່ງໄດ້ກຳນົດເອົາວັນທີ 1 ເດືອນມີຖຸນາ ຂອງທຸກໆປີ ເປັນວັນປູກຕົ້ນໄມ້ແຫ່ງຊາດ.
ສະເພາະເມືອງວຽງທອງ ປີນີ້ສາມາດກ້າເບ້ຍໄມ້ລວມທັງໝົດ 13.000 ເບ້ຍ, ໃນນັ້ນມີ ລັດຮ່ວມກັບໂຄງການກ້າໄດ້ 19.980 ເບ້ຍເປັນໄມ້ອຸດສາຫະກຳ,​ ມີແຜນປູກຕົ້ນໄມ້ທົ່ວເມືອງວາງໄວ້ມີ: ໄມ້ອຸດສາຫະກຳ 19.980 ເບ້ຍເທົ່າກັບ 60.000 ຮຕ ແລະເຄື່ອງປ່າຂອງດົງ 1.500 ເບ້ຍເທົ່າກັບ 470 ຮຕ ຢູ່ເມືອງວຽງທອງໃນປີນີ້ແມ່ນໄດ້ກຳນົດເອົາສະຖານທີ່ປູກເປັນພິທີຢູ່ບ້ານ ນ້ຳຢ້າງ ບໍລິເວນຄູກັນນ້ຳ ໂດຍເລັ່ງໃສ່ໄມ້ອຸດສາຫະກຳຈຳນວນ 500 ເບ້ຍ ເພື່ອເປັນສີສັນ ແລະ ຄວາມຂຽວງາມຕາມເທດສະບານພາຍໃນເມືອງແລະໃນພິທີຍັງໄດ້ມີການຮັບຊົມການສະແດງສິລະປະຂອງນ້ອງນ້ອຍນັກຮຽນພ້ອມທັງແຈກຢາຍເຂົ້າໜົມໃຫ້ເດັກນ້ອຍ ແລະ ໄດ້ພ້ອມກັນປູກຕົ້ນໄມ້ ຈາກນັ້ນຄະນະນຳກໍ່ໄດ້ພ້ອມກັນໄປຢ້ຽມຢາມຄົນເຈັບທີ່ນອນຮັກສາປິ່ນປົວສຸຂະພາບຢູ່ໂຮງໝໍເມືອງຕື່ມອີກ.
ພາບ-ຂ່າວ ທອງວັນດີ