ສະຫາຍ ອາລຸນສັກ ປະທຳມະວົງ ຮອງເຈົ້າເມືອງວຽງທອງ ແຂວງບໍລິຄໍາໄຊ ໃຫ້ຮູ້ໃນໂອກາດຂຶ້ນຜ່ານບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງວຽງທອງ ຄັ້ງທີ VIII
ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ຕະຫຼອດໄລຍະ 5 ປີ ຜ່ານມາ ເສດ ຖະກິດຂອງເມືອງວຽງທອງ ຂະຫຍາຍຕົວໃນລະດັບສະເລ່ຍ 4,99% ຕໍ່ປີ, ຜະລິດຕະພັນພາຍໃນ 807 ຕື້ກວ່າກີບ, ລາຍໄດ້ສະເລ່ຍຕໍ່ຫົວຄົນ 20 ລ້ານກວ່າກີບ/ຄົນ/ປີ ຫຼື 940 ກວ່າໂດລາ, ສຳເລັດການປະກາດຮັບຮອງວັດທາດພູວຽງ, ຂັບເມີ້ຍ ແລະ ຊຸດເຜົ່າເມີ້ຍເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ, ສ້າງຄອບຄົວວັດທະນະທຳໄດ້ 94,07%, ຄອບຄົວທຸກຍາກຍັງເຫຼືອ 5,54%, ບ້ານທຸກຍາກຍັງເຫຼືອ 26,4%.

ອັນພົ້ນເດັ່ນແມ່ນການລະດົມທຶນໃນການກໍ່ສ້າງເຮືອນໃຫ້ຄອບຄົວອານາຖາຈຳນວນ 13 ຫຼັງ, ສ້າງ ແລະ ປະກາດຮັບຮອງບ້ານຈອມທອງເປັນຕົວເມືອງໃນຊົນນະບົດໃນທ້າຍປີ 2023.
ຂ່າວ: ຄຳຟອງ


