ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງວຽງໄຊຈະຈັດງານບຸນປະເພນີຊົນເຜົ່າ, ເທດສະການດອກຊາກຸຣະ ປະຈຳປີ 2024

Dec 11, 2024

ຕາມການລາຍງານ ຂອງທ່ານ ວົງໄຊ ຄຳແພງມີໄຊ ຫົວໜ້າຫ້ອງການ ຖວທ ເມືອງວຽງໄຊ ຕໍ່ຂ່າວຫົວພັນ ໃນວັນທີ 11 ທັນວາ 2024, ໃຫ້ຮູ້ວ່າ: ເພື່ອເປັນການເຕົ້າໂຮມຄວາມສາມັກຄີຂອງປະຊາຊົນບັນດາເຜົ່າໃນທົ່ວເມືອງໃຫ້ໜັກແໜ້ນ, ເປັນການອະນຸລັກຮັກສາ, ສົ່ງເສີມສິລະປະວັດທະນະທຳ, ຮີດຄອງປະເພນີອັນດີງາມ ຂອງເຜົ່າ ໃຫ້ຄົງຢູ່ກັບຊາດລາວ ກໍ່ຄືແຕ່ລະເຜົ່າຕະ ຫຼອດໄປ. ທັງເປັນການປູກຈິດສໍານຶກໃຫ້ແກ່ຄົນຮຸ້ນລຸກ, ຮຸ້ນຫຼານໃຫ້ຜູ້ເກີດໃໝ່ໃຫຍ່ລຸນຮັບຮູ້ເຂົ້າໃຈ ແລະ ພ້ອມກັນສືບ ທອດມໍລະດົກອັນລໍ້າຄ່າຂອງເຜົ່າຕົນສືບຕໍ່ໆກັນໄປ ແລະ ເພື່ອເຜີຍແຜ່ວັດທະນະທຳພື້ນບ້ານຂອງເມືອງວຽງໄຊ ພ້ອມທັງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວຢ້ຽມຢາມເມືອງວຽງໄຊໃຫ້ຫຼາຍຂື້ນ.
ການນຳເມືອງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ ແລະ ຫົວໜ່ວຍທຸລະກິດ ຈະຈັດງານບຸນປະເພນີຊົນເຜົ່າ ແລະ ເທດສະການດອກຊາກຸຣະ ຂື້ນລະຫວ່າງວັນທີ 20–22 ທັນວາ 2024 ຢູ່ເດີ່ນສະໜາມຫຼວງເມືອງວຽງໄຊ. ພາຍໃນງານຄັ້ງນີ້ຈະຈັດຫຼາຍຫຼາຍກິດຈະກຳ ເປັນຕົ້ນແມ່ນ ກິດຈະກຳຍ່າງເພື່ອສຸຂະພາບທ່ຽວຊົມດອກຊາກຸຣະ, ທ່ຽວຊົມທັດສະນິຍະພາບ ເມືອງວຽງໄຊ, ທ່ຽວຊົມບັນດາຖ້ຳທ່ານຜູ້ນຳ, ກິດຈະກຳກິລາ-ວັນນະຄະດີ, ເທດສະການຊີມອາຫານ 5 ເຜົ່າ ແລະ ງານຕະຫຼາດນັດສິນຄ້າພື້ນເມືອງ-ສິນຄ້າອຸດສະຫະກຳ ຕື່ມອີກ.
ຂ່າວ: ໄອແກ້ວ