ງານຊ່ວງເຮືອ ແລະ ງານຕະຫຼາດນັດ ປະຈຳປີ ຂອງເມືອງວຽງໄຊ ແຂວງຫົວພັນ ໄດ້ຈັດຂຶ້ນຕອນເຊົ້າວັນທີ 11 ຕຸລາ 2024 ຢູ່ທີ່ໜອງຜາທ້າວ ເມືອງວຽງໄຊ ໂດຍມີ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ, ທ່ານ ສິງວົງໄຊ ສຸລິວົງພັນ ວ່າການເຈົ້າເມືອງວຽງໄຊ ມີການນຳຂັ້ນແຂວງ, ຂັ້ນເມືອງ ຄະນະຮັບຜິດຊອບຈັດງານ ຄະນະກຳມະການ, ນັກກິລາ, ແຂກຖືເຊີນ ແລະ ມວນຊົນເມືອງວຽງໄຊ ເຂົ້າຮ່ວມ.
ການຈັດງານບຸນຊ່ວງເຮືອປະເພນີ ອອກພັນສາປະວໍລະນາ ປະຈຳປີ ພສ 2567 ຕິດພັນກັບງານຕະຫຼາດນັດ ເພື່ອແລກປ່ຽນຊື້ຂາຍສິນຄ້າ ລະຫວ່າງແຂກພາຍໃນ ແລະ ຕ່າງປະເທດ ສິ່ງສຳຄັນແມ່ນເປັນການປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳ-ຮີດຄອງປະເພນີ ອັນດີງາມຂອງຊາດ ໄວ້ໃຫ້ຄົງຢູ່ຄູ່ຄົນລາວ, ລູກຫຼານລາວຕະຫຼອດໄປ.
ງານຊ່ວງເຮືອ ແລະ ງານຕະຫຼາດນັດ ເມືອງວຽງໄຊ ປີນີ້ຈະໄດ້ຈັດຂຶ້ນເປັນເວລາ 3 ວັນ ເລີ່ມແຕ່ວັນທີ 11-13 ຕຸລາ ມີນັກກິລາສີພາຍເຮືອຊ່ວງທີ່ມາຈາກກົມກອງຂັ້ນແຂວງ, ເມືອງ ແລະ ບັນດາບ້ານ ທັງໝົດ 19 ທີມ ໃນນີ້ທີມຊາຍ 10 ທີມ ແລະ ທີມຍິງ 9 ທີມ.
ເພື່ອດຳເນີນງານບຸນໄປສູ່ຜົນສຳເລັດອັນສະຫງ່າງາມ ທຸກການຈັດຕັງທັງພາກລັດ ແລະ ເອກະຊົນ, ນິຕິບຸກຄົນ ຕະຫຼອດຮອດປະຊາຊົນບັນດາເຜົ່າ ຕ້ອງເພີ່ມທະວີເຮັດວຽກປ້ອງກັນເຮັດໃຫ້ທຸກສິ່ງທຸກຢ່າງມີຄວາມສະຫງົບ, ປອດໄພ, ເພີ່ມທະວີຄວາມຮັບຜິດຊອບອັນສູງສົ່ງ ຕັດສິນບັນຫາຕ່າງໆຕາມລະບຽບ ດ້ວຍກົດກະຕິກາທີ່ວາງອອກຢ່າງເຂັ້ມງວດ, ນັກກິລາທັງຍິງ ແລະ ຊາຍ ຕ້ອງເຄົາລົບປະຕິບັດຕາມລະບຽບການແຂ່ງຂັນ ໃຫ້ຖືກຕ້ອງເຂັ້ມງວດ, ເພີ່ມທະວີຄວາມສາມັກຄີຮູ້ແພ້ຮູ້ຊະນະ ຮູ້ໃຫ້ອະໄພເປັນກຳລັງໃຈເຊິ່ງກັນ ແລະ ກັນ ໃນຖານະນັກກິລາ, ພ້ອມກັນປະກອບສ່ວນມາຊົມມາເຊຍນັກກິລາ ແລະ ເຂົ້າຮ່ວມງານຕະຫຼາດນັດ ເຮັດໃຫ້ງານບຸນເຕັມໄປດ້ວຍຄວາມເບີກບານມ່ວນຊື່ນ, ມີຄວາມສະຫງົບ, ປອດໄພພ້ອມທັງຮ່ວມກັນເປັນເຈົ້າການປົກປັກຮັກສາສິ່ງແວດລ້ອມ ໃຫ້ມີຄວາມສະອາດງາມຕາ, ຈັດຕັ້ງປະຕິບັດກິດຈະກຳຕ່າງໆໃຫ້ໄດ້ຕາມແຜນການ, ຄາດໝາຍທີ່ວາງໄວ້ໃຫ້ມີຜົນສຳເລັດ.
ຂ່າວ: ອາລຸນ+ວັນແສງ






