ເມືອງສະໜາມໄຊ ແຂວງ ອັດຕະປື ຈັດງານບຸນປະເພນີຊ່ວງເຮືອ ປະຈຳປີ 2024 ເຊິ່ງງານຄັ້ງນີ້ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ 2024 ທີ່າທ່າຜາມໄຊບ້ານມິດສຳພັນ ເມືອງສະໜາມໄຊ ໂດຍມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄະນະຄື: ປະເພດເຮືອ 22 ສີພາຍ ມີ 5 ຄະນະ, ປະເພດ ເຮືອ 12 ສີພາຍ 12 ຄະນະ ແລະ ປະເພດ ເຮືອ 8 ສີພາຍ ມີ 10 ຄະນະ ໃຫ້ກຽດເຂົ້າຮ່ວມມີ ທ່ານ ພົທ ວັນທອງ ກອງມະນີ ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື, ມີຄະນະພັກ-ຄະນະນຳທີ່ຖືກເຊີນຈາກແຂວງ, ບັນດາທ່ານໃນຄະນະພັກເມືອງອ້ອມຂ້າງແຂວງ ແລະ ເມືອງໃກ້ຄຽງຈາກແຂວງຈຳປາສັກ, ມີຄະນະນຳຂັ້ນເມືອງສະໜາໝາມໄຊ, ຄະນະກຳມະການໃນຄະນະຮັບຜິດຊອບການແຂ່ງຂັນຊ່ວງເຮືອ ຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງສະໜາມໄຊ, ນັກທຸລະກິດຊາວຄ້າຂາຍ ແລະ ເມືອງໃກ້ຄຽງເຂົ້າຮ່ວມຊົມຮ່ວມເຊຍຢ່າງຫຼວງຫຼາຍ.
ການຈັດການແຂ່ງຂັນກິລາຊ່ວງເຮືອ ປະຈຳປີ 2024 ທີ່ເມືອງສະໜາມໄຊ ຄັ້ງນີ້ແມ່ນໄດ້ຈັດຂຶ້ນຕາມປະເພນີຂອງຊາວເມືອງ ທີ່ເຄີຍໄດ້ຈັດຕັ້ງປະຕິບັດກັນມາໃນທຸກໆປີ ເພື່ອເປັນການສືບສານອະນຸລັກ ແລະ ສືບທອດປະເພນີຂອງທ້ອງຖິ່ນ ເພື່ອເປັນການຮັດແໜ້ນຄວາມສາມັກຄີຂອງພີ່ນ້ອງພໍ່ແມ່ປະຊາຊົນລະຫວ່າງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ກໍຄືແຂວງຕໍ່ແຂວງ ແລະ ເປັນການສ້າງບັນຍາກາດໃຫ້ເມືອງສະໜາມໄຊ ມີບັນຍາກາດຄືກຄຶ້ນມ່ວນຊື່ນ ທັງເປັນການຕ້ອນຮັບວັນສຳຄັນຕ່າງໆຂອງຊາດ, ຂອງແຂວງ ແລະ ສ້າງໂອກາດກັບຄົນຮຸ່ນໜຸ່ມຫັນມາຫຼ້ິນກິລາເພື່ອຫ່າງໄກຢາເສບຕິດ ຕິດພັນກັບການໂຄສະນາສົ່ງເສີມການທ່ອງທ່ຽວຂອງເມືອງສະໜາມໄຊໃຫ້ມີການພັດທະນາຢ່າງຕໍ່ເນື່ອງອີກດ້ວຍ.
ໃນງານປະເພນີບຸນຊ່ວງເຮືອປີນີ້ ໄດ້ມີບັນດາອົງການຈັດຕັ້ງພາກລັດ, ລັດວິສາຫະກິດ, ນັກທຸລະກິດ ແລະ ຜູ້ປະກອບການຈາກຫຼາຍພາກສ່ວນ ໄດ້ມອບວັດຖຸ-ປັດໃຈ ຊຸກຍູ້-ສະໜັບສະໜູນ ເຮືອຊ່ວງປະກອບສ່ວນໃຫ້ເມືອງຢ່າງຕໍ່ເນື່ອງ ແລະ ຕະຫຼອດໃນງານກໍໄດ້ມີການຮົບງັນ, ວາງສະແດງສິຄ້າຕ່າງ ເຊິ່ງເປັນບັນຍາກາດທີ່ສ້າງສີສັນ, ສວຍສົດງົບງາມ ແລະ ເປັນການສ້າງຄວາມທັບໃຈໃຫ້ກັບນັກທ່ອງທ່ຽວ ກໍຄືພໍ່ແມ່ປະຊາຊົນພາຍໃນບ້ານຕື່ມອີກ.
ໂດຍ: ໄພບູນ






