ເມືອງສັງທອງ ນະຄອນຫຼວງວຽງຈັນ ໄດ້ກໍານົດເອົາ 21-23 ມັງກອນ 2025 ທີ່ຈະເຖິງນີ້ ເປັນມື້ຈັດງານບຸນກອງເຂົ້າຫອມ ໃນນັ້ນ ວັນທີ 21 ເປັນມື້ເປີດງານ, ວັນທີ 23 ເປັນມື້ໃສ່ບາດ ພະສົງ 9 ອົງ ຕິດພັນກັບງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າປະຈໍາປີ ຂຶ້ນຢູ່ທີ່ ບ້ານເພຍລາດ.
ທ່ານ ໄຊຍະບັດ ຊຸມມະນີວົງ ຮອງເຈົ້າເມືອງສັງທອງ ຜູ້ຊີ້ນໍາວຽກງານວັດທະນະທໍາສັງຄົມ ໄດ້ຖະແຫຼງຂ່າວ ໃນວັນທີ 27 ທັນ ວາ 2024 ຜ່ານມາວ່າ: ບຸນກອງເຂົ້າຫອມ ຕິດພັນງານຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າ ແມ່ນກິດຈະກໍາໜຶ່ງທີ່ມີຄວາມໝາຍສໍາຄັນ ເຊິ່ງພວກເຮົາໄດ້ຈັດຕັ້ງປະຕິບັດມາຫຼາຍປີຕິດຕໍ່ກັນ ແລະ ແມ່ນຮີດຄອງປະເພນີອັນດີງາມຂອງຊາດ-ຂອງເຜົ່າ ເຊີ່ງແມ່ນມູນມໍລະດົກອັນລໍ່າຄ່າຂອງບັນພະບູລຸດຂອງຊາດລາວໄດ້ປະຕິບັດສືບທອດກັນມາຫຼາຍຍຸກຫຼາຍສະໄໝ ຫຼາຍເຊັ່ນຄົນ. ພໍຕົກມາຮອດເດືອນຍີ່ ກົງກັບເດືອນ 2 ລາວ ປະຊາຊົນຊາວພຸດພວກເຮົາກໍ່ໄດ້ສໍາເລັດໃນການເກັບກູ້ຜົນຜະລິດລະດູຝົນ ຈາກ ນັ້ນຈຶ່ງໄດ້ພ້ອມພຽງຮຽງໜ້າເຮັດບຸນກອງເຂົ້າເພື່ອເປັນການລ້ຽງເຈົ້າຖິ່ນເຈົ້າຖານຜູ້ປົກປັກຮັກສາໄຮ່ນາ ຮົ້ວສວນ ຕາມຄວາມເຊື່ອຖື.
ການຈັດງານບຸນຄັ້ງນີ້ ເພື່ອເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກເມືອງ ໂດຍ ສະເພາະແມ່ນແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V ຂອງເມືອງສັງທອງ ທັງເປັນການສົ່ງເສີມວຽກງານການທ່ອງທ່ຽວ ດຶງດູດເອົາແຂກພາຍໃນ ແລະ ຕ່າງປະເທດ ມາທ່ຽວຊົມສະຖານ ທີ່ທາງປະຫວັດສາດ ທໍາມະຊາດ ນັບມື້ນັບຫຼາຍຂຶ້ນ; ເພື່ອເປັນ ການອະນຸລັກຮັກສາວັດທະນະທໍາອັນເກົ່າແກ່ ແລະ ກໍ່ເປັນການສຶກສາອົບຮົມ ປູກຈິດສໍານຶກຖັນແຖວຊາວໜຸ່ມ ເຍົາວະຊົນ ອະນຸຊົນ ໃຫ້ມີຄວາມສາມັກຄີ ມີນໍ້າໃນຮັກເຊື້ອແພງຊາດ ຮັກບ້ານ ເກີດເມືອງນອນ ຮັບຮູ້ ເຂົ້າໃຈ ກ່ຽວກັບແຜນການດໍາລົງຊີວິດຂອງປະຊາຊົນບັນດາ ເຜົ່າໃນເມື່ອກ່ອນໂດຍມີການສົມ ທົບກັບປະຈຸບັນ.
ພາຍໃນງານ ຈະມີກິດຈະກໍາສໍາຄັນຫຼາຍຢ່າງ ເປັນຕົ້ນແມ່ນ ກ້ອນກໍາລັງແຫ່ຕິດຕໍ່ກັນ 6 ຂະບວນ ເຊັ່ນ: ຂະບວນການນໍາຂັ້ນສູນກາງ ແລະ ທ້ອງຖິ່ນ (ຖືໝາກເບັງ ແລະ ກັນຕົ້ນ), ຂະບວນຊາວໜຸ່ມ-ເຍົາວະຊົນ, ຂະບວນກໍາລັງ ປກຊ-ປກສ, ຂະບວນສີລະປະ, ຂະບວນຂອງມວນຊົນ. ຫຼັງຈາກນັ້ນ ບັນດາທ່ານຍັງຈະໄດ້ທ່ຽວຊົມກອງເຂົ້າຫອມສັງທອງ ຈໍານວນ 5 ກອງ (ກອງໃຫຍ່ 1 ກອງ ກວ້າງ 4 ແມັດ ສູງ 4 ແມັດ ກອງນ້ອຍ 4 ກອງ ກວ້າງ 175 ແມັດ ສູງ 2 ແມັດ) ປະກອບກັບອຸປະກອນການຜະລິດຫຼາກຫຼາຍສີສັນ ການວາງສະແດງ ແລະ ຂາຍສິນຄ້າຂອງປະຊາຊົນ ມາຈາກພາກສ່ວນຕ່າງໆ; ການສະແດງສິລະປະວັນນະຄະດີ ຈໍານວນ 3 ລາຍການຄື: ການແຂ່ງຂັນສີລະປະຂອງຊາວໜຸ່ມ ແລະ ເຍົາວະ ຊົນ ແລະ ອື່ນໆ.





