ເມື່ອວັນທີ 27 ພຶດສະພາ 2025 ນີ້ ທ່ານ ນາງ ລັດສະໄໝ ຄໍາພິລາວົງ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ໃຫ້ສໍາພາດ
ວ່າ ເນື່ອງໃນໂອກາດວັນປູກຕົ້ນໄມ້ ແຫ່ງຊາດ ວັດທີ 1 ມິຖຸນາ ທີ່ຈະມາເຖິງນີ້ ເມືອງສາມັກຄີໄຊ ກໍ່ຄື ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ກະກຽມເນື້ອທີ່ປູກຕົ້ນໄມ້, ສະຖານທີ່ປູກຕົ້ນໄມ້, ກຽມເບ້ຍໄມ້ ສໍາລັບສະຖານທີ່ພິທີເປັນທາງການປູກແມ່ນຈະ
ຈັດຂຶ້ນທີ່ເດີ່ນໂຮງຮຽນປະຖົມສົມບູນ ບ້ານແຄມຊັງ, ໃນຈຳນວນເບ້ຍ 400 ເບ້ຍ ໃນນີ້ມີໄມ້ຂະຍຸງ ແລະ ໄມ້ສຳສາ, ປູກໃຫ້ໄດ້ໃນເນື້ອທີ່ 1 ເຮັກຕາ, ນອກນັ້ນ ຍັງກະກຽມປູກຕົ້ນໄມ້ ຢູ່ເຂດປ່າປ້ອງກັນ ຮ່ວມ ກັບ ກອງປ່າສະຫງວນ,ປ່າປ້ອງກັນ ຢູ່ບ້ານ
ໃຫ່ຍໝື່ນຫົວເມືອງໃນເນື້ອທີ່ 13 ເຮັກຕາ.
ທ່ານ ນາງ ລັດສະໄໝ ຄໍາພິລາວົງຍັງໃຫ້ຮູ້ຕື່ມອີກວ່າ: ຕະຫຼອດໄລຍະຜ່ານມາຄະນະພັກ, ອຳນາດການອົງປົກຄອງເມືອງສາມັກຄີໄຊໄດ້ເອົາໃຈໃສ່ ແລະ ຖືເປັນສໍາຄັນຕໍ່ວຽກງານການປົກປັກຮັກສາ ແລະ ຄຸ້ມຄອງເນື້ອທີ່ດິນປ່າໄມ້, ໂດຍໄດ້ ອອກແຈ້ງການຕ້ານ ແລະ ສະກັດກັ້ນການບຸກລູກປ່າໄມ້, ທີ່ດິນປ່າໄມ້ ແລະ ສະກັດກັ້ນໄຟໄໝ້ລາມປ່າ, ພ້ອມທັງໄດ້ແຕ່ງຕັ້ງຄະນະວິຊາການເຄື່ອນໄຫວກວດກາລາດຕາເວນໃນເຂດທີ່ມີປ່າໄມ້ ເປັນປະຈໍາ, ເຊິ່ງປັດຈຸບັນທົ່ວເມືອງສາມັກຄີໄຊ ມີເນື້ອທີ່ປ່າໄມ້ປົກຫົ່ມທັງໝົດເກືອບ 2 ໝື່ນເຮັກຕາ ຫຼື ສະເລ່ຍ ອັດຕາການປົກຫຸ້ມ 70% ຂອງເນື້ອທີ່ທົ່ວເມືອງ, ທຽບໃສ່ອັດຕາປົກຫຸ້ມຂອງເນື້ອທີ່ທົ່ວເມືອງເຫັນວ່າຫຼຸດລົງຍ້ອນຫຼາຍສາເຫດ ເປັນຕົ້ນແມ່ນມີການບຸກລຸກປ່າໄມ້ ເພື່ອປູກພືດກະສິກຳຂອງປະຊາຊົນໂດຍສະເພາະແມ່ນປູກມັນຕົ້ນ ແລະ ສາເຫດອື່ນໆ ທ່ານຍັງໄດ້ຮຽກຮ້ອງມາຍັງທຸກພາກສ່ວນໃນສັງຄົມ ຈົ່ງໃຫ້ຄວາມສໍາຄັນຕໍ່ວຽກງານການປົກປັກຮັກສາປ່າໄມ້ ເຊີດຊູສະຕິຮັກ ແລະ ຫວງແຫນຊັບພະຍາກອນທໍາມະຊາດ, ປ່າໄມ້, ປະກອບສ່ວນໃນການປູກໄມ້, ຟື້ນຟູປ່າໄປຄຽງຄູ່ກັບການຄຸ້ມຄອງ, ປົກປັກຮັກສາປ່າໄມ້ ອັນເປັນມໍລະດົກ ແລະ ຊັບສົມບັດຂອງວົງຄະນະຍາດແຫ່ງຊາດໃຫ້ນັບມື້ມີຄວາມອຸດົມສົມບູນ ແລະ ຍືນຍົງ ໂດຍບໍ່ມີວັນບົກແຫ້ງ, ເຊິ່ງການປູກຕົ້ນໄມ້ ແມ່ນສາມາດປູກໄດ້ແຕ່ດຽວນີ້ ເປັນຕົ້ນໄປ ຈົນຮອດທ້າຍລະດູຝົນ,ບ່ອນໃດມີເງື່ອນໄຂ ໃຫ້ຮີບຮ້ອນປູກຕາມເນື້ອທີ່ຫວ່າງຂອງຕົນ, ໃນຮົ້ວ, ສວນ, ດິນປຸກສ້າງ, ເດີ່ນໂຮງຮຽນ, ສໍານັກງານອົງການຕາມແຄມທາງ ແລະ ຕາມເງື່ອນໄຂຕົວຈິງ.
ຂ່າວ: ວັດທະນາ






