ວັນທີ 17 ຕຸລາ 2024 ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດພິທີເປີດປີທ່ອງທ່ຽວ 2024 ຕິດພັນກັບບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ປະຈຳປີ ຄສ 2024 ທີ່ທ່າຜາມໄຊລໍານໍ້າເຊກອງ, ໃຫ້ກຽດເຂົ້າຮ່ວມມີ ທ່ານ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື.
ພິທີເປີດປີທ່ອງທ່ຽວ ລາວ ປະຈຳປີ 2024 ໃນຄັ້ງນີ້ ແມ່ນເປັນຄັ້ງທໍາອິດຂອງເມືອງສາມັກຄີໄຊ ແລະ ເປັນຄັ້ງທີ 4 ຂອງແຂວງອັດຕະປື, ນັບ ແຕ່ ປີ 1999 ເປັນຕົ້ນມາ, ໂດຍຖືເອົາຄໍາຂວັນທີ່ວ່າ: “ທ່ອງທ່ຽວ ລາວ ປອດໄພ, ຊື່ນໃຈໃນວັດທະນະທໍາ, ທຳມະຊາດ ແລະ ປະຫວັດສາດ” ເປັນສັນຍາລັກໃຫ້ແກ່ການທ່ອງທ່ຽວລາວ 2024 ອົງການປົກຄອງ ເມືອງສາມັກຄີໄຊ, ແຂວງອັດຕະປື ໄດ້ຖືເອົາການເປີດປີທ່ອງທ່ຽວໃນຄັ້ງນີ້ ທີ່ຕິດພັນກັບງານບຸນອອກ ພັນສາປະວໍລະນາ-ຊ່ວງເຮືອປະເພນີ ປະຈຳປີ 2024 ເຊິ່ງເປັນເຫດການໜຶ່ງ ທີ່ມີຄວາມ ໝາຍຄວາມ ສໍາຄັນ ທີ່ສະແດງໃຫ້ເຫັນທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງຮຽງກັນ ຫ້າງຫາກະກຽມການເປັນເຈົ້າພາບທີ່ດີ ເພື່ອຕ້ອນຮັບນັກທ່ອງ ທ່ຽວ ທີ່ມາຈາກ ທົ່ວທຸກແຫ່ງຫົນ ທັງພາຍໃນ ແລະ ຕ່າງປະ ເທດ, ຖືເອົາການເບີດປີທ່ອງທ່ຽວ 2024 ເປັນການ ພັດທະນາຮອບດ້ານ, ດ້ານການຄ້າ, ດ້ານການລົງທຶນ, ດ້ານການທ່ອງທ່ຽວ ແລະ ການເຊື່ອມໂຍງ, ເຊື່ອມຈອດຕາມແລວທາງເສດຖະກິດຕາ ເວັນອອກ-ຕາເວັນຕົກ ເພື່ອຍົກສູງກຳລັງແຮງສັງລວມຂອງຊາດ ຮ່ວມ ມືກັບພາກພື້ນ ແລະ ສາກົນ ໃນດ້ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງສາມັກຄີໄຊ, ໃນນັ້ນ ກໍ່ແມ່ນປະກອບສ່ວນສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ, ສ້າງລາຍໄດ້ມາສູ່ເມືອງສາມັກຄີໄຊ ແຂວງອັດຕະປືໃຫ້ໄດ້ຕາມຄາດ ໝາຍທີ່ວາງໄວ້.
ສຳລັບວຽກງານກິດຈະກຳທີ່ຮັບໃຊ້ໃນງານຈັດປີທ່ອງທ່ຽວລາວ 2024 ທີ່ເມືອງສາມັກຄີໄຊ ມີ 6 ກິດຈະກຳຫຼັກຄື: ໃນຄໍ່າຄືນຂອງວັນທີ 14 ຕຸລາ 2024 ແມ່ນກິດຈະກໍາປະກວດໂຄສົກ, ໃນຄໍ່າຄືນຂອງວັນທີ 15-16 ຕຸລາ 2024 ແມ່ນກິດຈະກໍາສະແດງສີນລະປະວັນນະຄະດີມີ 15 ຄະນະ, ມີນັກສະແດງ 141 ຄົນ, ຍິງ 42 ຄົນ ເຊິ່ງມາຈາກໝວດໂຮງຮຽນມັດທະຍົມຕອນຕົ້ນ, ຕອນ ປາຍ ແລະ ບ້ານອ້ອມຂ້າງເມືອງ, ໃນຕອນເຊົ້າຂອງວັນທີ 17 ຕຸລາ 2024 ແມ່ນກິດຈະກຳຕັກບາດຕາມຮີດຄອງປະເພນີ, ຕອນແລງຂອງວັນທີ 17 ຕຸລາ 2024 ແມ່ນກິດຈະກຳເປີດປີທ່ອງທ່ຽວລາວ 2024 ຂອງເມືອງສາມັກຄີໄຊ, ແຂວງອັດຕະປື. ສະຖານທີ່ ແມ່ນຜາມໄຊແຄມນໍ້າເຊກອງ. ໃນຄໍ່າຄືນຂອງວັນທີ 17 ຕຸລາ 2024 ແມ່ນກິດຈະກຳລອຍກະໂທງຕາມປະເພນີ ຂອງແຕ່ລະພາກສ່ວນຂອງເມືອງ ແລະ ບ້ານ ແລະ ກິດຈະກຳໄຫຼເຮືອໄຟນໍ້າຕາມປະເພນີ ຂອງແຕ່ລະວັດ. ໃນວັນທີ 18 ຕຸລາ 2024 ແມ່ນກິດຈະກຳແຂ່ງຂັນຊ່ວງເຮືອປະເພນີ ເຊິ່ງປະກອບມີ 3 ຄະນະຄື: ປະເພດເຮືອ 12 ສີພາຍ, ປະເພດເຮືອ 22 ສີພາຍ ແລະ ປະເພດເຮືອ 35 ສີພາຍ.
ຂ່າວ: ມະນີວອນ





