ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງສາມັກຄີໄຊ ເປີດປີທ່ອງທ່ຽວລາວ 2024

Oct 19, 2024

ພິທີເປີດປີທ່ອງທ່ຽວລາວ 2024 ຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ຈັດຂຶ້ນໃນວັນທີ 17 ຕຸລາ 2024 ໂດຍມີ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ, ມີຄະນະພັກ-ຄະນະນຳຂັ້ນແຂວງ, ຄະນະພັກ-ຄະນະນຳເມືອງສາມັກຄີໄຊ, ການນຳມາຈາກ 4 ຕົວເມືອງອ້ອມຂ້າງ, ພ້ອມດ້ວຍນັກທຸລະກິດ, ຜູ້ປະກອບການ, ອຳນາດການປົກ ຄອງບ້ານ ແລະ ປະຊາຊົນພາຍໃນເທສະບານເມືອງເຂົ້າຮ່ວມ ແລະ ຮັບຊົມການສະແດງສິລະປະ-ວັນນະຄະດີປະ ເພດບົດຟ້ອນ ຈາກສູນວັນທະນະທຳເດັກແຂວງອັດຕະປື ທີ່ສະແດງເຖິງເອກະລັກ, ມູນເຊື້ອວັດທະນະທຳຮີດຄອງປະເພນີຢ່າງເບີກບານມ່ວນຊື່ນ.
ທ່ານ ພິທູນ ມະວົງສາ ຮອງເຈົ້າເມືອງສາມັກຄີໄຊ, ຜູ້ຊີ້ນຳຂົງເຂດວັດທະນະທຳ-ສັງຄົມຂັ້ນເມືອງ ໄດ້ໃຫ້ຮູ້ວ່າ: ການທ່ອງທ່ຽວເປັນຂະແໜງການເສດຖະກິດໜຶ່ງທີ່ຂະຫຍາຍຕົວຢ່າງວ່ອງໄວ ແລະ ຕໍ່ເນື່ອງໃນຫລາຍປີ; ຜ່ານມາພັກ ແລະ ລັດຖະບານ ຍາມໃດກໍຖືສຳຄັນ, ເຫັນວຽກງານນີ້ ເປັນວຽກເສດຖະກິດໃນການພັດທະນາ ໂດຍໄດ້ເອົາໃຈໃສ່ນຳພາ-ຊີ້ນຳ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ຂະແໜງການທ່ອງທ່ຽວ ໄດ້ຮັບການພັດທະນາຢ່າງຮອບດ້ານ ເພື່ອເປັນທ່າແຮງດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ອັນສ້າງເງື່ອນໄຂສ້າງວຽກເຮັດງານທຳແກ່ຊາວລາວ, ຊຸກແຮງການຜະລິດກະສິກຳ-ຫັດຖະກຳ, ຜະລິດຕະພັນການທ່ອງທ່ຽວອື່ນໆ ເພື່ອສ້າງລາຍໄດ້ລົງສູ່ທ້ອງຖິ່ນ ກໍຄື ເຂດຊົນນະບົດຫ່າງໄກສອກຫລີກໃຫ້ມີສ່ວນຮ່ວມຫລາຍຂຶ້ນ. ປັດຈຸບັນ, ທົ່ວເມືອງສາມັກຄີໄຊ ມີແຫລ່ງທ່ອງທ່ຽວ 13 ແຫ່ງ. ໃນນີ້, ແຫລ່ງທ່ອງທ່ຽວທາງທຳມະຊາດ 7 ແຫ່ງ, ດ້ານວັດທະນະທຳ 4 ແຫ່ງ, ດ້ານປະຫວັດສາດ 2 ແຫ່ງ. ນອກນີ້, ຍັງມີບໍລິສັດນຳທ່ຽວ 2 ບໍລິສັດ, ມີໂຮງແຮມ 22 ຫົວໜ່ວຍ, ເຮືອນພັກ 12 ຫົວໜ່ວຍ, ຮ້ານອາຫານ 39ຮ້ານ ແລະ ຮ້ານບັນເທີງ 3 ຮ້ານ ທີ່ໄດ້ມາດຖານ ເພື່ອຮອງຮັບແຂກທີ່ເຂົ້າມາທ່ອງທ່ຽວພາຍໃນເມືອງສາມັກຄີໄຊ ກໍຄື ແຂວງອັດຕະປື. ສຳລັບຄາດໝາຍປີ 2025 ແມ່ນຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວເມືອງສາມັກຄີໄຊ ໃຫ້ນັບມື້ຫລາຍຂຶ້ນກວ່າເກົ່າ.
ໂອກາດນີ້, ທ່ານ ເພັດມີໄຊ ຄຳພັກດີ ເຈົ້າເມືອງສາມັກຄີໄຊ ກໍໄດ້ຍົກໃຫ້ເຫັນວ່າ: ການທ່ອງທ່ຽວ ແລະ ການບໍລິການ ເປັນວຽກງານໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງເມືອງສາມັກ ຄີໄຊ ກໍຄື ແຂວງອັດຕະປື ເປັນການໝູນໃຊ້ທ່າແຮງທາງດ້ານຊັບພະຍາກອນທຳມະຊາດ, ປະຫວັດສາດ, ວັດທະນະ ທຳ, ຮີດຄອງປະເພນີ ແລະ ວິຖີຊີວິດ ທີ່ເປັນເອກະລັກສະເພາະຂອງທ້ອງຖິ່ນ ເພື່ອດຶງດູດໃຫ້ຜູ້ຄົນມາທ່ຽວຊົມ ໄດ້ຮຽນຮູ້, ສຳຜັດ ແລະ ພັກຜ່ອນຄາຍ. ດັ່ງນັ້ນ, ຄະນະພັກ ແລະ ອົງການປົກຄອງເມືອງ ຈຶ່ງໄດ້ນຳພາຈັດພິທີເປີດປີທ່ອງທ່ຽວລາວ 2024 ຢູ່ເມືອງສາມັກຄີໄຊ ພາຍໃຕ້ຄຳຂວັນ: “ທ່ອງທ່ຽວລາວປອດໄພ ຊື່ນໃຈໃນວັດທະນະທຳ, ທຳມະຊາດ ແລະປະຫວັດສາດ” ໂດຍຖືເອົາການເປີດປີທ່ອງທ່ຽວຄັ້ງນີ້, ຕິດພັນກັບບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີປະຈຳປີ 2024 ເພື່ອໃຫ້ມວນຊົນ ວປະເທດ ແລະ ຊາວຕ່າງປະເທດໄດ້ຮັບຮູ້ວ່າ ເມືອງສາມັກຄີໄຊ ໄດ້ມີຄວາມພ້ອມເປີດປະຕູຮັບເອົານັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຈາກທຸກມຸມໂລກ ເຂົ້າມາທ່ອງທ່ຽວຢູ່ເມືອງສາມັກຄີໄຊ, ເຫັນໄດ້ເຖິງຄວາມອຸດົມສົມບູນ, ມົນສະເໜ່ທາງດ້ານປະຫວັດສາດ, ທຳມະຊາດ ແລະວັດທະ ນະທຳ ທີ່ໂດດເດັ່ນ ແລະ ສວຍສົດງົດງາມ
ພ້ອມນີ້, ຍັງເປັນການສ້າງລາຍໄດ້ ໃຫ້ແກ່ເມືອງສາມັກຄີໄຊ ແລະ ປະຊາຊົນຜູ້ທຳການຜະລິດ, ເຮັດໃຫ້ເສດກິດແຫ່ງຊາດ ກໍຄື ເສດຖະກິດຂອງເມືອງ, ຂອງບ້ານ ແລະ ຄອບຄົວມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍ ຕົວ ແລະ ພັດທະນາດີຂຶ້ນ.
ຂ່າວ: ສຸກມີໄຊ