ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງສີສັດຕະນາກ ກຽມປ້ອງກັນໄພພິບັດນໍ້າຖ້ວມ

Sep 13, 2024

ເນື່ອງຈາກມວນນໍ້າໃນແມ່ນໍ້າຂອງທີ່ເພີ່ມຂຶ້ນຢ່າງໄວວາ ແລະ ຍັງມີທ່າອ່ຽງທີ່ຈະເພີ່ມຂຶ້ນອີກຢ່າງຕໍ່ເນື່ອງ, ສະນັ້ນ ເພື່ອກະກຽມໃນຮັບມືກັບໄພພິບັດໃນຄັ້ງນີ້, ໃນຕອນເຊົ້າຂອງວັນທີ 12 ກັນຍາ 2024 ທ່ານ ປອ ທິນນະກອນ ທອງຄໍາ ຄະນະປະຈໍາພັກເມືອງ, ຮອງເຈົ້າເມືອງ ສີສັດຕະນາກ ໄດ້ນໍາພາຄະນະສະເພາະກິດຂອງເມືອງ ໄດ້ລົງກວດກາສະພາບຕົວຈິງຂອງລະດັບນໍ້າໃນແຕ່ລະຈຸດທີ່ມີຄວາມສ່ຽງຫຼາຍທີ່ສຸດຂອງເມືອງ ສີສັດຕະນາກ ເພື່ອຄົ້ນ ຄວ້າຫາວິທີປ້ອງກັນ
ໂດຍໄດ້ລົງກວດກາພື້ນທີ່ຄອງລະບາຍນໍ້າຢູ່ເຂດໂພນສະ ຫວັນ ແລະ ເລະລຽບຕາມແຄມຂອງຄື: ປາກຮ່ອງລະບາຍນໍ້າບຶງຄະຫຍອງ, ປາກຮ່ອງລະບາຍນໍ້າຕາມເຂດກໍ່ສ້າງໂຄງການຕາຝັ່ງເຈື່ອນເຂດຄ້າຍທະຫານຊາຍແດນຫຼັກ3, ທ່າເຮືອຫຼັກ4, ຈອມແຈ້ງ, ໄຊສະຖານ ແລະ ປາກຮ່ອງລະບາຍນໍ້າບ້ານໂພນສະຫວ່າງ. ແຕ່ລະຈຸດແມ່ນໄດ້ອັດຕັນປາກນໍ້າໄວ້ແລ້ວ.
ທ່ານ ປອ ທິນນະກອນ ທອງຄໍາ ໄດ້ຊີ້ນໍາມອບໃຫ້ຄະນະຮັບ ຜິດຊອບທີ່ກ່ຽວຂ້ອງຂຶ້ນແຜນຢ່າງຮີບດ່ວນໃຫ້ຈັດສັນເອົາຊາຍພ້ອມດ້ວຍເປົາໃຫ້ພຽງພໍໄປຈັດຕຽມໄວ້ໃນແຕ່ລະຈຸດທີ່ມີຄວາມສ່ຽງ ເພື່ອກຽມຮັບມືກັບມວນນໍ້າທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ.
ພິເສດການກະກຽມປ້ອງກັນນໍ້າລຽບແຄມຂອງແມ່ນຈະໄດ້ເອົາຄູກັ້ນນໍ້າເກົ່າເປັນຫຼັກໃນການສະກັດກັ້ນນໍ້າ.
ດັ່ງນັ້ນ, ຈຶ່ງຮຽກນ້ອງໃຫ້ປະຊາຊົນທີ່ຢູ່ຟາກຫຼັງຄູກັ້ນນໍ້າລົງໄປຫາແຄມຂອງໃຫ້ເກັບເຄື່ອງຂອງຂຶ້ນໄວ້ບ່ອນສູງ ຫຼື ໄວ້ບ່ອນທີ່ຄິດວ່າມີຄວາມປອດໄພ ເພາະລະດັບນໍ້າແມ່ນຢູ່ໃນລະດັບເຂດອັນຕະ ລາຍ ແລະ ມີແນວໂນ້ມທີ່ຈະເພີ່ມຂຶ້ນອີກຢ່າງໄວໃນລະວ່າງວັນທີ 14-16 ກັນຍານີ້.
ທີ່ມາ: ຖວທ ເມືອງສີສັດຕະນາກ