ກອງປະຊຸມໃຫຍ່ ຄັ້ງທີ XIII ຂອງອົງຄະນະພັກເມືອງຫິນບູນ ແຂວງຄຳມ່ວນ ໄຂຂຶ້ນໃນວັນທີ 8 ເມສາ 2025 ຢູ່ທີ່ສະໂມສອນເມືອງ, ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຄໍາມ່ວນ, ສະຫາຍ ສົມໃຈ ພານີຈັນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 229 ສະຫາຍ, ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງ.
ສະຫາຍ ຄໍາສິງ ອໍລະວັນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫິນບູນ ໄດ້ເປັນກຽດກ່າວໄຂກອງປະຊຸມ, ພ້ອມທັງຜ່ານຮ່າງລາຍງານການເມືອງທັງສອງພາກ ເພື່ອຕີລາຄາຜົນງານການເຄື່ອນໄຫວ ຕະຫຼອດໄລຍະໜຶ່ງສະໄໝ, ພ້ອມທັງທິດທາງແຜນການໃນ 5 ປີຕໍ່ໜ້າຂອງອົງຄະນະພັກເມືອງຫີນບູນ ເຊິ່ງສະຫາຍໄດ້ຍົກໃຫ້ເຫັນບາງບັນຫາທີ່ເປັນຜົນກະທົບຕໍ່ການພັດທະນາເສດຖະກິດ-ສັງຄົມ ໃນສະໄໝຜ່ານມາ.
ກອງປະຊຸມຄັ້ງນີ້, ຍັງຈະໄດ້ພ້ອມກັນຮັບຟັງການຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ທິດທາງແຜນການໃນຕໍ່ໜ້າ, ການປະກອບຄໍາເຫັນຈາກຕາງໜ້າບັນດາຂົງເຂດຕ່າງໆ ແລະ ຄອບຄົວຕົວແບບດ້ານການປູກຝັງ ຕະຫຼອດຮອດການປະກອບຄໍາຄິດເຫັນຂອງຜູ້ແທນກອງປະຊຸມ ເພື່ອຍົກສູງຄວາມເປັນເອກະພາບ ໃນການຕົກລົງຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ, ວຽກງານຈຸດສຸມ ໃນ 5 ປີຕໍ່ໜ້າ (2025-2029), ທີ່ສໍາຄັນແມ່ນຈະໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່. ປ່ອນບັດເລືອກເອົາຜູ້ແທນສົມບູນ, ສຳຮອງ ໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XI ຜູ້ແທນອົງຄະນະພັກແຂວງຄໍາມ່ວນ.





