ກອງປະຊຸມໃຫຍ່ຜູ້ແທນຂອງອົງຄະນະພັກເມືອງຫີນເຫີບ ຄັ້ງທີ V ໄດ້ໄຂຂຶ້ນໃນວັນທີ 24-25 ມີນາ 2025 ໂດຍການເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງວຽງຈັນ, ມີສະຫາຍ ກົງຈັນ ພັນທະມິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫີນເຫີບ, ມີການນຳຂັ້ນແຂວງ, ຄະນະຊີ້ນຳການກະກຽມກອງປະຊຸມໃຫຍ່, ພ້ອມດ້ວຍແຂກຖືກເຊີນ ແລະ ຜູ້ແທນສົມບູນເຂົ້າຮ່ວມທັງໝົດ 129 ສະຫາຍ, ຍິງ 17 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວເມືອງຈຳນວນ 1.542 ສະຫາຍ, ຍິງ 377 ສະຫາຍ.
ສະຫາຍ ສະຫາຍ ກົງຈັນ ພັນທະມິດ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫີນເຫີບ ໄດ້ກ່າວເປີດກອງປະຊຸມວ່າ: ກອງປະຊຸມໃຫຍ່ຄັ້ງນີ້ເພື່ອຕີລາຄາຄືນຜົນສຳເລັດໃນການນຳພາ-ຊີ້ນຳ ຕະຫຼອດໄລຍະ 5 ປີຜ່ານມາ ເຊິ່ງເມືອງຫີນເຫີບ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກແຂວງວຽງຈັນ ແລະ ມະຕິກອງປະຊຸມໃຫຍ ຄັ້ງທີ IV ຕິດພັນກັບການກະກຽມ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢ່າງເປັນຂະບວນການກວ້າງຂວງ, ເຫັນວ່າທົ່ວເມືອງມີສະຖຽນລະພາບທາງການເມືອງອັນໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ມີການພັດທະນາດ້ວຍບາດກ້າວ ແລະ ທ່ວງທ່າໃໝ່, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງເປັນປຶກແຜ່ນທັງມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ການຄຸ້ມຄອງລັດຕາມທິດສ້າງລັດແຫ່ງກົດໝາຍເທື່ອລະກ້າວ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ຖັນແຖວສະມາຊິກພັກ, ພະນັກງານໄດ້ຮັບການຍົກລະດັບບຳລຸງສ້າງໃນຂະບວນການວຽກງານຕົວຈິງ; ຖານະບົດບາດ ແລະ ອິດທິພົນຂອງອົງຄະນະພັກເມືອງໄດ້ຮັບການເຊິດຊູສູງຂຶ້ນສາມາດນຳພາເມືອງຫີນເຫີບ ພັດທະນາໄປສູ່ຈຸດໝາຍທີ່ວາງໄວ້.
ສະຫາຍເລຂາພັກເມືອງ ກ່າວອີກວ່າ: ສຳລັບກອງປະຊຸມໃຫຍ່ ຄັ້ງທີ V ນີ້ແມ່ນມີໜ້າທີ່ຄົ້ນຄວ້າ ແລະ ຮັບຮອງເອົາລາຍງານການເມືອງຂອງອົງຄະນະພັກເມືອງ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ V (2025-2029). ພ້ອມກັນນັ້ນກໍ່ຈະໄດ້ເລືອກຕັ້ງເອົາບຸກຄະລາກອນຄະນະນຳສູງສຸດຂັ້ນເມືອງ ເພື່ອສືບຕໍ່ນຳພາຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ໃຫ້ກ້າວຂຶ້ນຢ່າງຕໍ່ເນື່ອງໜັກແໜ້ນໄປສູ່ຈຸດໝາຍທີ່ວາງໄວ້. ພ້ອມນີ້ ສະຫາຍຍັງໄດ້ຮຽກຮ້ອງມາຍັງຜູ້ແທນທຸກສະຫາຍຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບສູງ, ສຸມສະຕິປັນຍາ ໃນການຄົ້ນຄວ້າ, ຕົກລົງບັນຫາສຳຄັນໃຫ້ເລິກເຊິ່ງຖືກຕ້ອງ, ເຮັດໃຫ້ກອງປະຊຸມໃຫຍ່ຄັ້ງນີ້ດຳເນີນໄປຕາມບາດກ້າວ, ຂັ້ນຕອນ, ມີຄວາມເປັນເອກະພາບອັນໜັກແໜ້ນ ແລະ ມີຜົນສຳເລັດຢ່າງຈົບງາມ.




