ຕອນເຊົ້າວັນທີ 20 ມັງກອນ 2026 ນີ້, ເມືອງຫົງສາ, ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 77 ປີ (20 ມັງກອນ 1949-20 ມັງກອນ 2026) ແລະ ວັນສ້າງຕັ້ງອົງການໄອຍະການຄົບຮອບ 36 ປີ (09 ມັງກອນ 1990-09 ມັງກອນ 2026) ຂຶ້ນຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາ ຂອງທ່ານ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ, ມີກໍາມະການປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນຕໍາຫລວດ, ນາຍ ແລະ ພົນທະຫານ, ພະນັກງານອາວຸໂສບໍານານ, ພະນັກງານ-ລັດຖະກອນ ແລະ ນາຍບ້ານເທດສະບານເມືອງເຂົ້າຮ່ວມ.

ທ່ານ ສີທະນົນໄຊ ທອງເທພາ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ໄດ້ເລົ່າຄືນມູນເຊື້ອການກໍາເນີນ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ບາງຕອນວ່າ: ໂດຍປະຕິບັດຕາມຄໍາສັ່ງຂອງສູນກາງພັກກອມມູນິດອິນດູຈີນ ມາຮອດຕອນເຊົ້າຂອງວັນທີ 20 ມັງກອນ 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວຮຸ່ງພຽງສາ ເມືອງຊຽງຄໍ້, ແຂວງຫົວພັນ ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ ກອງລາດຊະວົງຂຶ້ນຢ່າງເປັນທາງການ ໂດຍແມ່ນທ່ານ ເພັດສະວົງ ເປັນຫົວໜ້າການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນຊາການ. ໃນມື້ດຽວກັນນັ້ນ, ພາຍໃຕ້ການນໍາພາອັນແທດເຖິງ ຂອງສາຂາພັກກອມມູນິດອິນດູຈີນ ປະຈໍາແຄ້ວນລາວ ໄດ້ຈັດກອງປະຊຸມ ໂດຍເອົາສະຖານທີ່ກອງລາດຊະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວອິດສະຫຼະຂຶ້ນຢ່າງເປັນທາງການ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້ບັນຊາການໂດຍກົງ, ຖັດຈາກນັ້ນມາກໍ່ໄດ້ປະກາດຮັບເອົາ ບັນດາກອງເອກະລາດອື່ນໆເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງໄຊເຊດຖາ ໂຮມເຂົ້າເປັນກອງທັບລາວອິດສະຫຼະ; ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງການເປັນວັນປະຫວັດສາດແຫ່ງການສ້າງຕັ້ງກອງທັບປະຊາຊົນລາວ. ພ້ອມດຽວກັນນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງອົງການໄອຍະການປະຊາຊົນ ເປັນວຽກງານໜຶ່ງທີ່ສໍາຄັນ ປະກອບເຂົ້າໃນການຄຸ້ມຄອງລັດ, ສັງຄົມ, ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ ແລະ ທັງຮັບປະກັນໃຫ້ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ ແລະ ມີຄວາມຍຸຕິທໍາ, ເຊິ່ງໃນວັນທີ 23 ພະຈິກ 1989 ກອງປະຊຸມສະໄໝສາມັນຂອງສະພາປະຊາຊົນສູງສຸດ ຊຸດທີ II ໄດ້ຮັບຮອງເອົາກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ສະບັບທໍາອິດ ແລະ ປະກາດໃຊ້ດໍາລັດປະທານປະເທດ ສະບັບເລກທີ 05 ລົງວັນທີ 09 ມັງກອນ 1990 ເປັນຂີດໝາຍປະຫວັດສາດທີ່ສໍາຄັນ ຂອງອົງການໄອຍະການປະຊາຊົນທີ່ໄດ້ມີການເຕີບໃຫຍ່ຂະຫຍາຍຕົວມາຮອດປະຈຸບັນນີ້ ຄົບຮອບ 36 ປີ.

ໂອກາດດຽວກັນນີ້, ທ່ານ ນາງ ຈັນທີ ຄໍາພູວົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການເລື່ອນ ຜູ້ຊ່ວຍພະນັກງານໄອຍະການປະຊາຊົນເປັນພະນັກງານໄອຍະການປະຊາຊົນ ຂັ້ນ III, ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງ ຜູ້ຊ່ວຍພະນັກງານໄອຍະການປະຊາຊົນ ແລະ ຜ່ານຂໍ້ຕົກລົງຂອງອົງການໄອຍະການປະຊາຊົນສູງສຸດ ວ່າດ້ວຍການຍ້ອງຍໍກົມກອງ ແລະ ບຸກຄົນ ຂອງອົງການໄອຍະການປະຊາຊົນ ແຂວງໄຊຍະບູລີ ແລະ ມອບຂໍ້ຕົກລົງ, ໃບຍ້ອງຍໍ ໃຫ້ຜູ້ທີ່ຖືກແຕ່ງຕັ້ງ ແລະ ຜູ້ທີ່ໄດ້ຮັບການຍ້ອງຍໍ ອີກດ້ວຍ.
ຂ່າວ: ສຸບັນ ເງິນງາມ


