ໃນຕອນເຊົ້າຂອງວັນທີ 21 ມີນາ 2025 ນີ້ ເມືອງຫົງສາ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທີ່ສະໂມສອນຂອງເມືອງ ໂດຍໃຫ້ກຽດປາຖະກະຖາ ຂອງສະຫາຍ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເຂດເລືອກຕັ້ງເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດສູນບໍລິການປະຈຳເມືອງ, ນາຍບ້ານເທດສະບານ, ພ້ອມດ້ວຍນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫລວດ, ສະມາຊິກພັກ, ພະນັກງານ- ລັດຖະກອນ ເຂົ້າຮ່ວມ.
ສະຫາຍ ແຫຼ້ ອ່ອນສົມບູນ ໄດ້ຍົກໃຫ້ເຫັນປະຫວັດແຫ່ງການກຳເນີດ, ທາດແທ້, ອຸດົມການ, ການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອອັນດີງາມ ແລະ ໄຊຊະນະປະຫວັດສາດ ຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ, ຜົນງານອັນໃຫຍ່ຫຼວງໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫຼອດໄລຍະ 70 ປີຜ່ານມາ ໂດຍສະເພາະພັກເຮົາໄດ້ນຳພາການຕໍ່ສູ້ບໍ່ຍອມຈໍານົນ, ພິລະອາດຫານ ທີ່ນໍາໄປສູ່ໄຊຊະນະຂອງການປະຕິວັດ ປະຊາທິປະໄຕ, ໄປຕາມເສັ້ນທາງສັງຄົມນິຍົມ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າ. ນອກຈາກນີ້ຍັງໄດ້ຫວນຄືນປະຫວັດມູນເຊື້ອ ເເລະ ການເຄື່ອນໄຫວຂະບວນການຂອງແມ່ຍິງລາວໃນທົ່ວໂລກ ຄົບຮອບ 115 ປີ, ນະໂຍບາຍ ແລະ ກົນໄກການສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ສປປລ ລາວ. ທັງນີ້ກໍເພື່ອເປັນການປຸກລະດົມໂຄສະນາສຶກສາອົບຮົມການເມືອງ-ແນວຄິດ ສ້າງໃຫ້ສະມາຊິກພັກ, ພະນັກງານ, ທະຫານຕຳຫຼວດ, ປະຊາຊົນບັນດາເຜົ່າ ເເລະ ບັນດາຊັ້ນຄົນຕ່າງໆ ມີຄວາມຮັບຮູ້-ເຂົ້າໃຈຢ່າງເລິກເຊິ່ງຕໍ່ຜົນງານ, ໄຊຊະນະ ແລະ ມູນເຊື້ອຂອງພັກ ປະຊາຊົນປະຕິວັດລາວ ເພື່ອສືບຕໍ່ບຸທະລຸທັງດ້ານແນວຄິດຈິນຕະນາການສ້າງ ເເລະ ປັບປຸງພັກໃຫ້ມີຄວາມປອດໃສ, ເຂັ້ມເເຂງ, ໜັກແໜ້ນ. ສືບຕໍ່ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງວາງອອກໃຫ້ບັນລຸຕາມຄາດໝາຍວາງໄວ້.
ຂ່າວ-ພາບ: ຖວທ ຫົງສາ.





