ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຫົງສາ ປາຖະກະຖາ ວັນສາທາລະນະສຸກ ຄົບຮອບ 60 ປີ ແລະ ວັນບໍລິຈາກເລືອດໂລກ ຄົບຮອບ 21 ປີ

Jun 19, 2025

ວັນທີ 18 ມີຖຸນາ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສາທາລະນະສຸກລາວ ຄົບຮອບ 60 ປີ (18 ມິຖຸນາ 1965-18 ມິຖຸນາ 2025) ແລະ ວັນບໍລິຈາກເລືອດໂລກ ຄົບຮອບ 21 ປີ(14 ມິຖຸນາ 2004-14 ມິຖຸນາ 2025) ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ພົມມາ ພົມມະຫານ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ມີຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຜູ້ອໍານວຍການໂຮງໜໍ, ຫົວໜ້າສຸກສາລາ, ຕາງໜ້າສະມາຄົມບຳນານ, ຕາງໜ້າລັດວິສາຫະກິດສູນບໍລິການປະຈຳເມືອງ, ພະນັກງານ, ທະຫານ, ຕຳຫຼວດ, ພະສົງ-ສາມະເນນ, ນາຍບ້ານເທດສະບານ ແລະ ພະນັກງານແພດໝໍເຂົ້າຮ່ວມຢ່າງພ້ອມພຽງ.
ທ່ານ ພົມມາ ພົມມະຫານ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງສາທາລະນະສຸກ ຄົບຮອບ 60 ປີ, ເຊິ່ງທ່ານໄດ້ຍົກໃຫ້ເຫັນຜົນງານ ແລະ ວິລະກຳຂອງແພດລາວໃນການຕໍ່ສູ້ຕ້ານກັບພວກລ່າເມືອງຂຶ້ນ ແບບເກົ່າ ແລະ ໃໜ່ ສາມາດຜ່ານຜ່າຄວາມທຸກຍາກລຳບາກ, ມີຄວາມເສຍສະຫຼະ ເພື່ອເຮັດໜ້າທີປົກປັກຮັກສາ ແລະ ດູແລສຸຂະພາບໃຫ້ນັກຮົບໃນກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າ ໃນແຕ່ລະໄລຍະ, ເພື່ອເປັນການຈາລືກເຖິງ ຄຸນງາມຄວາມດີ ຂອງພະນັກງານແພດໜໍທຸກທົ່ວໜ້າ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນວຽກງານຮັກສາສຸຂະພາບ ທັງເປັນການປຸກລະດົມມວນຊົນ ໃຫ້ເຫັນໄດ້ຄວາມໜາຍຄວາມສຳຄັນ, ທັງເປັນການປູກຈິດສຳນຶກ, ໃຫ້ພະນັກງານແພດໜໍຮຸ່ນສືບທອດ ໄດ້ຮໍ່າຮຽນເອົາແບບຢ່າງ ຄຸນງາມຄວາມດີ, ເພື່ອເປັນການຝຶກຝົນຕົນເອງ ໃຫ້ມີຄຸນສົມບັດ, ຈັນຍາບັນ ຈັນຍາທຳ ແລະ ວຽກວິຊາສະເພາະຂອງຕົນ ແລະ ເພື່ອເປັນການສຶກສາອົບຮົມ ທັງເປັນການຍົກບົດບາດກຽດສັກສີຂອງພະນັກງານສາທາລະນະສຸກລາວໃຫ້ກ້າວຂຶ້ນໄປເລື້ອຍໆ, ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງເລືອດ, ເຊິ່ງເລືອດແມ່ນມີຄວາມສໍາຄັນຕໍ່ຊີວິດ, ບໍ່ສາມາດເອົາສານອື່ນມາທົດແທນໄດ້ ມີແຕ່ເລືອດຂອງມະນຸດເຮົາເທົ່ານັ້ນທີ່ຈະບໍລິຈາກຊ່ວຍຊີວິດເພື່ອນມະນຸດດ້ວຍກັນ, ມາຮອດປັດຈຸບັນຍັງບໍ່ມີໂຮງງານ ຫຼື ວິທີການອັນໃດທີ່ຈະຜະລິດເລືອດໄດ້ເທື່ອ, ສະນັ້ນ ການ​ໃຫ້​ເລືອດແມ່ນເປັນການໃຫ້ຊີວິດ, ໂດຍສະເພາະແມ່ນ​​ການ​ຊ່ວຍ​ຊີວິດ​​ແກ່​ແມ່​ຍິງ​ທີ່​ມີ​ພາວະເລືອດ​ໄຫຼ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ຖືພາ​ ແລະ ການເກີດລູກ, ເຊັ່ນດຽວກັນກັບເດັກນ້ອຍທີ່ທຸກທໍລະມານຈາກພະຍາດເລືອດຈາງຮ້າຍແຮງຍ້ອນພະຍາດໄຂ້ຍຸງ, ພະຍາດຂາດເລືອດທີ່ຜິດປົກກະຕິມາແຕ່ກຳເນີດ ແລະ ພະຍາດອື່ນໆ. ໃນບັນດາ​ປະ​ເທດທີ່ກຳລັງພັດທະນາ, ​ແມ່ຍິງ​ໃນ​ໄວຈະເລີນພັນ ​ແລະ ​ເດັກນ້ອຍ​ຕ່ຳ​ກວ່າ 5 ປີ ​ແມ່ນກຸ່ມຄົນເຈັບສ່ວນໃຫຍ່ທີ່ຕ້ອງການໃສ່ເລືອດ​ເປັນ​ປະຈຳ. ການ​ໃຫ້​ເລືອດ​ແມ່ນ​ມີ​ຄວາມ​ສໍາ​ຄັນ​ໂດຍ​ສະ​ເພາະ​ແມ່ນ​ສໍາ​ລັບ​ບຸກ​ຄົນ​ທີ່​ຕ້ອງ​ການ​-ການ​ປິ່ນ​ປົວດ້ວຍການໃສ່ເລືອດໃນ​ຕະ​ຫຼອດ​ຊີ​ວິດ​ເຊັ່ນ​:​ ຜູ້ທີ່ມີພະຍາດມະເຮັງ, ທາລາເຊເມຍ, ເຮໂມຟີເລຍ, ຄວາມຜິດປົກກະຕິຂອງພູມຕ້ານທານ. ນອກນັ້ນການຕອບສະຫນອງເລືອດ ຍັງມີ​ບົດບາດ​ສຳຄັນ​ໃນ​ການ​ຕອບ​ໂຕ້ເຫດການ​ສຸກ​ເສີນ, ຊ່ວຍ​ປິ່ນປົວ​ຜູ້​ບາດ​ເຈັບ​ຈາກ​ໄພ​ທຳ​ມະ​ຊາດ, ອຸປະຕິ​ເຫດ, ​ແລະ ໄພພິບັດທີ່ມະນຸດສ້າງຂຶ້ນ ແລະ ຍົກໃຫ້ເຫັນຜົນງານໃນການປຸກລະດົມການບໍລິຈາກເລືອດ ໃນທົ່ວແຂວງໄຊຍະບູລີ ເວົ້າລວມ, ເວົ້າສະເພາະ ກໍ່ຄື ເມືອງຫົງສາ ໃນໄລຍະຜ່ານມາ, ໂອກາດດຽວກັນນີ້, ໃນພິທີຍັງໄດ້ມອບໃບຍ້ອງຂອງປະທານອົງການກາແດງແຫ່ງຊາດລາວ ແລະ ໃບຍ້ອງຂອງທ່ານເຈົ້າແຂວງໄຊຍະບູລີ ໃຫັກົມກອງ, ບຸກຄົນທີ່ໄດ້ປະກອບສ່ວນປຸກລະດົມການບໍລິຈາກເລືອດ ແລະ ບໍລິຈາກເລືອດຊ່ວຍເຫຼືອສັງຄົມ ປະຈຳປີ 2024 ຈຳນວນໜຶ່ງຕື່ມອີກ.
ພາບ-ຂ່າວ: ຖວທ ເມືອງຫົງສາ