ກອງປະຊຸມສະຫຼຸບວຽກງານປັບປຸງກົງຈັກການຈັດຕັ້ງ, ປະກາດຍຸບການຈັດຕັ້ງຮາກຖານພັກ, ອົງການຈັດຕັ້ງມະຫາຊົນ ແລະ ສ້າງຕັ້ງຮາກຖານພັກ, ອົງການຈັດຕັ້ງມະຫາຊົນ ຢູ່ບັນດາຫ້ອງຂອງເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 12 ສິງຫາ 2025 ນີ້, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍມີ ສະຫາຍ ພອນສະຫວັນ ໄຊສົມພັນ, ກຳມະການພັກແຂວງ, ເລຂາພັກເມືອງຫົງສາ, ມີບັນດາສະຫາຍຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ເລຂາໜ່ວຍພັກສຳນັກງານ-ອົງການ, ກົມກອງອ້ອມຂ້າງເມືອງ, ລັດວິສາຫະກິດສູນບໍລິການປະຈຳເມືອງ, ທະຫານ, ຕຳຫຼວດ ແລະ ພະນັກງານ-ລັດຖະກອນ ບັນດາຫ້ອງການທີ່ຖືກຍຸບ, ໂຮມ ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ພົມມາ ພົມມະຫານ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກພັກ-ພະນັກງານ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານປັບປຸງກົງຈັກການຈັດຕັ້ງ ບັນດາຫ້ອງການພາຍໃນເມືອງ ຊຶ່ງໄດ້ຍົກໃຫ້ເຫັນຂັ້ນຕອນ ແລະ ວິທີຈັດຕັ້ງປະຕິບັດ, ຜົນສຳເລັດຂອງວຽກງານແຕ່ລະດ້ານ, ດ້ານດີ ແລະ ດ້ານອ່ອນ ໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຈາກນັ້ນ, ກອງປະຊຸມກໍ່ໄດ້ຮັບຟັງຄຳສັ່ງຂອງຄະນະປະຈຳພັກເມືອງຫົງສາ ວ່າດ້ວຍການຍຸບເລີກໜ່ວຍພັກຮາກຖານ ຄະນະຈັດຕັ້ງເມືອງ, ຫ້ອງການພາຍໃນເມືອງ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງ, ຫ້ອງການແຜນການ ແລະ ການລົງທຶນເມືອງ, ຫ້ອງການ-ການເງິນເມືອງ, ເສດຖະກິດ ແລະ ໜ່ວຍພັກຮາກຖານ ພະລັງງານບໍ່ແຮ່ ແລະ ສູນບໍລິການໄຟຟ້າ, ຂໍ້ຕົກລົງຂອງຫ້ອງການສະຫະພັນແມ່ຍິງເມືອງ ວ່າດ້ວຍການຍຸບເລີກໜ່ວຍສະຫະພັນແມ່ຍິງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຄະນະຈັດຕັ້ງ, ຫ້ອງການພາຍໃນ, ຫ້ອງການ-ການເງິນ ແລະ ໜ່ວຍສະຫະພັນແມ່ຍິງ ຫ້ອງການກະສິກຳ ແລະ ປ່າໄມ້, ຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງ ວ່າດ້ວຍການຍຸບໜ່ວຍຮາກຖານຊາວໜຸ່ມ ຄະນະຈັດຕັ້ງ-ໂຄສະນາ, ຫ້ອງການ-ການເງິນ, ຫ້ອງການກະສິກຳ ແລະ ປ່າໄມ້ ແລະ ໜ່ວຍຮາກຖານຊາວໜຸ່ມ ພະລັງງານບໍ່ແຮ່ ແລະ ສູນບໍລິການໄຟຟ້າ, ຂໍ້ຕົກລົງຂອງສະຫະພັນກຳມະບານເມືອງ ວ່າດ້ວຍການຍຸບເລີກການຈັດຕັ້ງກຳມະບານຮາກຖານ ຫ້ອງການພະລັງງານ-ບໍ່ແຮ່ ແລະ ສູນບໍລິການໄຟຟ້າ, ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການພາຍໃນ, ຫ້ອງການກະສິກຳ ແລະ ປ່າໄມ້, ຫ້ອງການ-ການເງິນ, ຄະນະຈັດຕັ້ງເມືອງ, ແຜນການ ແລະ ການລົງທຶນ ແລະ ກຳມະບານຮາກຖານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພ້ອມທັງຮັບຟັງມະຕິຕົກລົງຂອງຄະນະປະຈຳພັກເມືອງຫົງສາ ວ່າດ້ວຍການສ້າງຕັ້ງໜ່ວຍພັກຮາກຖານ ຄະນະຈັດຕັ້ງເມືອງ, ໜ່ວຍພັກຮາກຖານ ຫ້ອງການ-ການເງິນເມືອງ, ໜ່ວຍພັກຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ໜ່ວຍພັກຮາກຖານຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ມະຕິຕົກລົງຂອງຄະນະປະຈຳພັກເມືອງຫົງສາ ວ່າດ້ວຍການບັນຈຸສັບຊ້ອນຄະນະໜ່ວຍພັກ ແລະ ສະມາຊິກພັກ ຮາກຖານຄະນະຈັດຕັ້ງເມືອງ, ໜ່ວຍພັກຮາກຖານ ຫ້ອງການ-ການເງິນເມືອງ, ໜ່ວຍພັກຮາກຖານ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ໜ່ວຍພັກຮາກຖານ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ, ຂໍ້ຕົກຂອງຫ້ອງການສະຫະພັນແມ່ຍິງເມືອງ ວ່າດ້ວຍການແຕ່ງຕັ້ງໜ່ວຍສະຫະພັນແມ່ຍິງ ຫ້ອງການ-ການເງິນ, ຄະນະຈັດຕັ້ງເມືອງ, ກະສິກຳ ແລະ ສິ່ງແວດລ້ອມ ແລະ ໜ່ວຍສະຫະພັນແມ່ຍິງຫ້ອງການອຸດສາຫະກຳ ແລະ ການຄ້າ, ຂໍ້ຕົກລົງຂອງຄະນະບໍລິຫານງານຊາວໜຸ່ມເມືອງ ວ່າດ້ວຍການສ້າງຕັ້ງໜ່ວຍຮາກຖານຊາວໜຸ່ມ ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ຂໍ້ຕົກລົງຂອງສະຫະພັນກຳມະບານເມືອງ ວ່າດ້ວຍການສ້າງຕັ້ງກຳມະບານຮາກຖານ ຫ້ອງການ-ການເງິນເມືອງ, ຄະນະຈັດຕັ້ງເມືອງ, ຫ້ອງການອຸດສາຫະກຳ ແລະ ການຄ້າເມືອງ ແລະ ກຳມະບານຮາກຖານ ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ.
ຕອນທ້າຍ, ກອງປະຊຸມກໍ່ໄດ້ຮັບຟັງການໂອ້ລົມ ຈາກ ສະຫາຍ ພອນສະຫວັນ ໄຊສົມພັນ ຕື່ມອີກ.
ພາບ-ຂ່າວ: ຖວທ ເມືອງຫົງສາ


