ໃນຕອນເຊົ້າຂອງວັນທີ 13 ມີນາ 2025 ນີ້ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີໂຮມຊຸມນຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງ ຫົງສາ ຄັ້ງທີ IX ຂື້ນ ຢູ່ທີ່ເດີນກິລາຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງຫົງສາ ເຈົ້າເມືອງຫົງສາ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພະນັກງານປະຕິວັດອາວຸໂສບໍານານ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ, ທະຫານ, ຕຳຫຼວດ, ສະມາຊິກພັກ, ນ້ອງນ້ອຍນັກຮຽນ, ຊາວໜຸ່ມ, ເຍົາວະຊົນ, ອົງການປົກຄອງບ້ານ ພ້ອມດ້ວຍປະຊາຊົນບ້ານເທດສະບານເຂົ້າຮ່ວມ.
ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງຫົງສາ ໄດ້ຂຶ້ນກ່າວປາໄສ ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງ ຫົງສາ ຄັ້ງທີ IX ບາງຕອນສະຫາຍໄດ້ກ່າວວ່າ: ກອງປະຊຸມດັ່ງກ່າວໄດ້ໄຂຂຶ້ນໃນຕອນ ເຊົ້າຂອງວັນທີ 11-12 ມີນາ 2025. ໂດຍມີຜູ້ແທນສົມບູນທົ່ວອົງຄະນະພັກເມືອງເຂົ້າຮ່ວມທັງໝົດ 117 ສະຫາຍ, ຍິງ 16 ສະຫາຍ, ທີີ່ເປັນຕົວແທນໃຫ້ສະມາຊິກພັກທັງໝົດ 1.636 ສະຫາຍ, ຍິງ 520 ສະຫາຍ ໃນທົ່ວເມືອງຫົງສາ, ມີບັນດາແຂກທີີ່ມາຈາກພະແນກການອ້ອມຂ້າງແຂວງ, ຕ່າງເມືອງ ແລະ ພາຍໃນເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກເມືອງຫົງສາ ຄັັ້ງທີ IX ໃນຄັັ້ງນີ້ ໄດ້ພ້ອມກັນສະຫຼຸບສັງລວມຄືນຜົນງານທີີ່ຍາດມາໄດ້ໃນໄລຍະ 5 ປີຜ່ານມາ; ເຊິ່ງສາມາດຍົກໃຫ້ເຫັນການນໍາພາດ້ວຍຄວາມສາມັກຄີອັນເປັນປຶກແຜ່ນຂອງທົ່ວອົງຄະນະພັກເມືອງ ເຊິ່ງເຮັດໃຫ້ເມືອງຫົງສາມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ການພັດທະນາເສດຖະກິດ – ສັງຄົມ ແມ່ນມີບາດກ້າວຂະຫຍາຍຕົວດີຂຶ້ນ, ເຮັດໃຫ້ໂຄງປະກອບເສດຖະກິດມີການຫັນປ່ຽນໄປຕາມທິດຫັນເປັນທັນສະໄໝຢ່າງຕັັ້ງໜ້າ ແລະ ຫັນປ່ຽນໄປຕາມທິດທາງທີີ່ໄດ້ກໍານົດໄວ້. ລວມຍອດມູນຄ່າຜົນຜະລິດພາຍໃນບັນລຸ 905,45 ຕື້ກີບ, ສະເລ່ຍໃສຫົວຄົນໜຶ່ງໄດ້ 28,35 ລ້ານກີບ ຕໍ່ຄົນຕໍ່ປີ, ໂຄງປະກອບເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໃນນີ້: ຂະແໜງກະສິກໍາ ກວມເອົາ 26,59%, ຂະແໜງອຸດສາຫະກໍາ ກວມເອົາ 24,87% ແລະ ຂະແໜງການບໍລິການ ກວມເອົາ 48,54% ຂອງລວມຍອດຜົນຜະລິດທັງໝົດ, ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາທິດທາງແຜນການ 5 ປີນັບແຕ່ 2024-2029 ເຊິ່ງມີເນື້ອໃນຕົ້ນຕໍ ດັັ່ງນີ້: ສືບຕໍ່ຍຶດໝັັ້ນສ້າງເມືອງຫົງສາ ໃຫ້ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງທີີ່ໝັັ້ນຄົງ, ມີການພັດທະນາຮອບດ້ານ, ຮັບປະກັນໃຫ້ເສດຖະກິດ – ສັງຄົມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນມີຄວາມຢູ່ດີກິນດີ, ຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸດຕິທໍາ ແລະ ມີຄວາມສີວິໄລ. ພາຍໃຕ້ຄໍາຂວັນທີ່ວ່າ: “ ສືບຕໍ່ສ້າງເມືອງຫົງສາ ເປັນເມືອງອຸດສາຫະກຳ, ຜະລິດກະສິກຳເພື່ອສະໜອງພາຍໃນ, ສົ່ງເສີມຫັດຖະກຳທີ່ມີມູນເຊື້ອ, ພັດທະນາສີມືແຮງງານ ຕິດພັນກັບການບໍລິການ ແລະ ການທ່ອງທ່ຽວ ເປັນມິດກັບສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ”, ຜູ້ແທນກອງປະຊຸມຍັງໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງ ຊຸດໃໝ່ ບົນພື້ນຖານຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 31 ສະຫາຍ, ຍິງ 3 ສະຫາຍ ແລະ ເລືອກຕັ້ງໄດ້ 27 ສະຫາຍ, ຍິງ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນຮັບຮອງເອົາສະຫາຍ ພອນສະຫວັນ ໄຊສົມພັນ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ແຫຼ້ ອ່ອນສົມບູນ ແລະ ສະຫາຍພົມມາ ພົມມະຫານ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາສະຫາຍ ພູວົງ ກອງຊັບ ເປັນປະທານຄະນະກວດກາພັກເມືອງ, ສະຫາຍ ຂັນແກ້ວ ລິນທອນສີ ແລະ ສະຫາຍ ລຸນ ພວງແກ້ວ ເປັນຮອງປະທານຄະນະກວດກາພັກເມືອງ ແລະ ໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ຈໍານວນ 17 ສະຫາຍ ແລະ ຜູ້ແທນສຳຮອງ 2 ສະຫາຍ, ຮັບຟັງການໂອ້ລົມ ຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງໄຊຍະບູລີ
ກອງປະຊຸມໄດູ້ເປັນເອກະສັນຮັບຮອງເອົາມະຕິກອງປະຊຸມໃຫຍ່ ຄັັ້ງທີ IX ແລະ ຮຽກຮ້ອງມາຍັງສະມາຊິກພັກ-ພະນັກງານ, ທະຫານ, ຕຳຫຼວດ ຕະຫຼອດເຖິງປະຊາຊົນ ບັນດາເຜົ່າຈົ່ງເຊີດຊູສະຕິ ແລະ ຄວາມຮັບຜິດຊອບການເມືອງຂອງຕົນ ເຂົ້າໃນການພັດທະນາເມືອງຫົງສາ ໃຫ້ກ້າວຂຶ້ນຢ່າງບໍ່່ຢຸດຢັ້ງ.
ຂ່າວ-ພາບ: ຖວທ ຫົງສາ





