ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຫຼວງພະບາງ ຕິດອັນດັບ 1 ເມືອງທີ່ໜ້າທ່ອງທ່ຽວທີ່ສຸດ ໃນອາຊີ ຈາກທັງໝົດ 22 ເມືອງ

Dec 23, 2024

ເມື່ອບໍ່ດົນມານີ້ ທາງ Lonely Planet ເຊິ່ງເປັນ Website ທີ່ມີຊື່ສຽງລະດັບໂລກ ໃນດ້ານການໃຫ້ຂໍ້ມູນກ່ຽວກັບການທ່ອງທ່ຽວ ທີ່ຄອບຄຸມທຸກເລື່ອງຂອງການເດີນທາງ, ເປັນທີ່ຮູ້ຈັກໃນຖານະໜຶ່ງໃນແຫຼ່ງຂໍ້ມູນທ່ອງທ່ຽວ ທີ່ໄດ້ຮັບຄວາມໄວ້ວາງໃຈທີ່ສຸດ. ໄດ້ມີການເປີດເຜີຍລາຍຊື່ 22 ສະຖານທີ່ເມືອງທີ່ໜ້າໄປຢ້ຽມຢາມທີ່ສຸດໃນອາຊີ ເຊິ່ງຫຼວງພະບາງ ກໍຕິດໜຶ່ງໃນນັ້ນອີກດ້ວຍ.
ໂດຍທາງ Lonely Planet ໄດ້ກ່າວກ່ຽວກັບເມືອງຫຼວງພະບາງ ໃນບົດລາຍງານໄວ້ວ່າ:
– ເມືອງຫຼວງພະບາງ ເປັນເມືອງທີ່ຕັ້ງຢູ່ແຄມແມ່ນ້ຳຂອງ ແລະນ້ຳຄານ, ເປັນເມືອງທີ່ເຕັມໄປດ້ວຍກິ່ນອາຍທາງວັດທະນະທຳ ທັງຈາກສາສະນາພຸດ, ລາຊະວົງທ້ອງຖິ່ນ, ອິດທິພົນຈາກຝຣັ່ງ ແລະ ສະຖາປັດຕະຍະກຳທ້ອງຖິ່ນ.
– ນັກທ່ອງທ່ຽວສາມາດສຳພັດກັບກິ່ນອາຍຂອງວັດທະນະທຳ ເຊັ່ນ: ການເຮັດບຸນໃສ່ບາດຍາມເຊົ້າ, ການຢ້ຽມຊົມວັດ ແລະ ພິພິຕະພັນພະລາຊະວັງ.
– ມີກິດຈະກຳຫຼາກຫຼາຍແນະນຳ ເຊັ່ນ: ຊິມອາຫານລາວ, ເບິ່ງຕາເວັນຕົກແຄມແມ່ນ້ຳຂອງ, ຮຽນຮູ້ການຕ່ຳຜ້າທີ່ສູນສິລະປະພື້ນບ້ານ ແລະທ່ຽວຊົມນ້ຳຕົກຕາດກວາງຊີ.
ຈຸດປະສົງຂອງການຈັດອັນດັບໃນຄັ້ງນີ້ ຂອງທາງ Lonely Planet ກໍເພື່ອເປັນການກະຕຸ້ນໃຫ້ມີການທ່ອງທ່ຽວໃນທະວີບອາຊີ ທີ່ມີພື້ນທີ່ກວມເອົາ 1 ໃນ 3 ຂອງພື້ນທີ່ດິນໂລກ ໃຫ້ມີຄວາມຄຶກຄື້ນ ແລະເພື່ອເປັນການແນະນຳໃຫ້ນັກທ່ອງທ່ຽວ ມີປະສົບການທ່ອງທ່ຽວແບບໃໝ່ໆ ໂດຍເນັ້ນທີ່ວິຖີຊີວິດແບບຊຸມຊົນ ແລະສຳພັດວັດທະນະທຳ ທຳມະຊາດໃນພື້ນທີ່.
1. 🇱🇦 Luang Prabang, Laos: ເມືອງແຫ່ງຄວາມຊົງຈຳແຄມແມ່ນ້ຳຂອງ
2. 🇹🇭 Bangkok, Thailand: ໜຶ່ງໃນເມືອງທີ່ມີບັນຍາກາດໜ້າຫຼົງໄຫຼທີ່ສຸດໃນໂລກ
3. 🇰🇭 Angkor, Siem Reap, Cambodia: ໃກ້ຊິດກັບລາຊະວົງຂະແມ
4. 🇻🇳 Hoi An, Vietnam: ເມືອງມະຫັດສະຈັນທີ່ໄດ້ຮັບການຂຶ້ນທະບຽນມໍລະດົກໂລກ
5. 🇵🇰 Hunza Valley, Pakistan: ທິວທັດພູເຂົາທີ່ງົດງາມ ພ້ອມແມ່ນ້ຳຈາກລຳທານນ້ຳກ້ອນ
6. 🇮🇳 Jaipur, India: ເມືອງເກົ່າແກ່ທີ່ເຕັມໄປດ້ວຍ ສະຖາປັດຕະຍະກຳທາງປະຫວັດສາດ
7. 🇳🇵 Pokhara, Nepal: ເມືອງທີ່ອົບອຸ່ນ ແລະມີວິວທິວທັດທີ່ໜ້າປະທັບໃຈ
8. 🇱🇰 Ella, Sri Lanka: ສູນກາງຂອງການຜະຈົນໄພເທິງເກາະ
9. 🇸🇬 Singapore: ເມືອງທັນສະໄໝທີ່ເຕັມໄປດ້ວຍວັດທະນະທຳ
10. 🇮🇳 Kerala Backwaters, India: ທຸກສິ່ງທີ່ຂຽວຂະຈີ, ມີຊີວິດຊີວາ ແລະເຕັມໄປດ້ວຍຈິດວິນຍານ
11. 🇯🇴 Petra, Jordan: ໃກ້ຊິດກັບສິ່ງມະຫັດສະຈັນຂອງໂລກ
12. 🇲🇻 The Maldives: ເກາະທ້ອງຖິ່ນທີ່ມີລາຄາທີ່ພັກບໍ່ແພງ
13. 🇲🇾 Penang, Malaysia: ສຳພັດວັດທະນະທຳການຍ່າງປ່າ ແລະ ລອງຊິມອາຫານແຊບ
14. 🇧🇹 Paro, Bhutan: ຫຸບເຂົາທີ່ໜ້າຫຼົງໄຫຼ ໃນອະນາຈັກທີ່ງຽບສະຫງົບ
15. 🇯🇵 Setouchi, Japan: ແສງແດດ, ເລມອນ ແລະການປັ່ນລົດຖີບໃນໝູ່ເກາະຍີ່ປຸ່ນ
16. 🇰🇷 Seoul, South Korea: ເມືອງແຫ່ງຄວາມລ້ຳສະໄໝ ແລະຄວາມເທ້
17. 🇵🇭 Siargao, Philippines: ໄລ່ລ້າຄື່ນທະເລ ໃນໝູ່ເກາະທີ່ເຕັມໄປດ້ວຍຕົ້ນປາມ
18. 🇮🇩 Bali, Indonesia: ເກາະເຂດຮ້ອນສຸດຮັກຂອງເອເຊຍ
19. 🇺🇿 Samarkand, Uzbekistan: ເມືອງສີສັນເທິງເສັ້ນທາງສາຍໄໝ
20. 🇨🇳 Yunnan, China: ດິນແດນແຫ່ງທຳມະຊາດ ແລະວັດທະນະທຳທີ່ມີຊີວິດຊີວາ
21. 🇯🇵 Tokyo, Japan: ເມືອງໃຫຍ່ທັນສະໄໝ ທີ່ເຕັມໄປດ້ວຍກິດຈະກຳ
22. 🇭🇰 Hong Kong: ຈຸດບັນຈົບຂອງວັດທະນະທຳທີ່ຫຼາກຫຼາຍ
ທີ່ມາ: Lonely Planet
May be an image of text