ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງອະນຸວົງ ຈັດບຸນຊ່ວງເຮືອປະເພນີ ປະຈຳປີ 2024

Nov 4, 2024

ເມືອງອະນຸວົງ ແຂວງໄຊສົມບູນ ເປີດງານຊ່ວງເຮືອປະເພນີ ປະຈຳປີ 2024 ໃນວັນທີ 3 ພະຈິກ 2024 ນີ້ ທີ່ໜອງຊ່ວງເຮືອບ້ານພູຫົວຊ້າງ.
ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໄຊສົມບູນ ໄດ້ກ່າວເປີດງານ ວ່າ: ການຈັດງານຄັ້ງນີ້ ເພື່ອອະນຸລັກສືບສານມູນເຊື້ອວັດທະນະທຳ, ຮີດຄອງປະເພນີອັນດີງາມ, ເພື່ອເພີ່ມພູນຄູນສ້າງມໍລະດົກທາງດ້ານວັດທະນະທຳ ຊຶ່ງແມ່ນໜຶ່ງໃນຮີດ 12 ຄອງ 14 ທີ່ເປັນຮີດຄອງປະເພນີອັນດີງາມຂອງທ້ອງຖິ່ນ ກໍຄືຊາວເມືອງອະນຸວົງ ແລະ ຊາວລາວພວກເຮົາ ທີ່ໄດ້ສືບສານຕຳນານຕາມຮອຍບັນພະບຸລຸດ ແລະ ສືບທອດກັນມາແຕ່ບູຮານນະການ ຈົນເຖິງປັດຈຸບັນນີ້ ທັງເປັນການດຶງດູດໂຄສະນາຮອງຮັບໃຫ້ແກ່ການເປີດປີທ່ອງທ່ຽວ ແຂວງໄຊສົມບູນ ໃນມໍ່ໆ ນີ້.
ສຳລັບການຊ່ວງເຮືອປີນີ້ ມີທິມນັກສີພາຍ ເຂົ້າຮ່ວມທັງໝົດ ຈຳນວນ 31 ທິມ ປະກອບມີທິມຊາຍ ແລະ ທິມຍິງ ປະເພດລະ 15 ທິມ ຊຶ່ງການແຂ່ງຂັນແມ່ນດຳເນີນໄປເປັນເວລາ 2 ວັນ ຈຶ່ງຈະສຳເລັດ.
ພາບ-ຂ່າວ: ພຸດສອນ ເວດສະວົງ